ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ ນີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ສສຊ ໄດ້ພ້ອມກັນພິຈາລະນາຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ການຍົກຍ້າຍ ແລະແຕ່ງຕັ້ງສະມາຊິກລັດຖະບານຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ.

leftcenterrightdel
ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຂຶ້ນຜ່ານຄຳສະເໜີຂອງທ່ານນາຍົກລັດຖະມົນຕີ ຊຶ່ງມີ 2 ສະບັບຄື: ສະບັບເລກທີ 33/ນຍ ລົງວັນທີ 17/6/2022 ວ່າດ້ວຍການພິຈາລະນາຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ທີ່ມີເນື້ອໃນສຳຄັນວ່າ: ທ່ານນາຍົກລັດຖະມົນຕີ ໄດ້ສະເໜີມາຍັງຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້: ທ່ານພົນເອກ ວິໄລ ຫຼ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ທ່ານ ສະເຫຼີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ. ສະບັບທີ 2 ແມ່ນສະບັບເລກທີ 34/ນຍ ລົງວັນທີ 17/6/2022 ວ່າດ້ວຍການພິຈາລະນາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ໂດຍໄດ້ຍົກຍ້າຍ ແລະແຕ່ງຕັ້ງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ຍົກຍ້າຍ ແລະແຕ່ງຕັ້ງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ; ຍົກຍ້າຍ ແລະແຕ່ງຕັ້ງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ຈາກນັ້ນ, ສສຊ ກໍໄດ້ພ້ອມກັນປະກອບຄຳເຫັນພິຈາລະນາຢ່າງກົງໄປກົງມາ ຕາມຄຳສະເໜີຂອງທ່ານນາຍົກລັດຖະມົນຕີ, ກ່ອນຈະລົງຄະແນນສຽງຮັບຮອງເອົາດ້ວຍສຽງສ່ວນຫຼາຍ.

ໂດຍ: ປຊຊ