ການພົວພັນຄູ່ຮ່ວມມືຄູ່ເຈລະຈາລະຫວ່າງ ອາຊຽນ ແລະອິນເດຍ ນັບມື້ນັບພັດທະນາຢ່າງກົງໄປກົງມາ, ຈິງໃຈ ແລະກົມກຽວດ້ານຜົນປະໂຫຍດຂອງສອງຝ່າຍ. ນັ້ນແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ຫວູ້ໂຮ່ ຜູ້ຮັກສາການຫົວໜ້າ SOM ອາຊຽນ ຫວຽດນາມ, ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດຫວຽດນາມ ໃນການຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດກອງປະຊຸມພິເສດລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ທີ່ຫາກໍ່ດໍາເນີນຢູ່ນະຄອນຫຼວງ New Dehli.

leftcenterrightdel
ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ແລະອິນເດຍ ຖ່າຍຮູບລວມທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ໝາກຜົນພົ້ນເດັ່ນຂອງກອງປະຊຸມແມ່ນສອງຝ່າຍລ້ວນແຕ່ເຫັນແຈ້ງບັນດາຄຸນຄ່າຂອງສັນຕິພາບ ແລະສະຖຽນລະພາບ, ຄຸນຄ່າຂອງການຮ່ວມມື, ຄຸນຄ່າຂອງການເຈລະຈາ, ການສູ້ຊົນລວມເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນໃນພາກພື້ນ. ສອງຝ່າຍລ້ວນແຕ່ປາດຖະໜາຢາກຍົກລະດັບການພົວພັນ ອາຊຽນ-ອິນເດຍ ຂຶ້ນລະດັບສູງໃໝ່.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຕັ້ງໜ້າເຂົ້າຮ່ວມ ແລະເປັນເຈົ້າການໃນທຸກການເຄື່ອນໄຫວຂອງກອງປະຊຸມ, ນໍາເອົາຈິດໃຈຂອງຫວຽດນາມ ເຖິງກອງປະຊຸມ, ແລະນໍາເອົາຈິດໃຈຂອງ 50 ປີແຫ່ງການພົວພັນຫວຽດນາມ-ອິນເດຍ ເຖິງອິນເດຍ. ທ່ານເອກອັກຄະລັດຖະທູດ ຫວູ້ໂຮ່ ຊີ້ແຈ້ງວ່າ “ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ທຸກທັດສະນະ, ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນດາບັນຫາສາກົນ ແລະໃນພາກພື້ນ, ກ່ຽວກັບການແກ່ງແຍ້ງກັນລະຫວ່າງບັນດາປະເທດໃຫຍ່, ກໍ່ຄືບັນດາບັນຫາທີ່ພວມເກີດຂຶ້ນໃນພາກພື້ນ, ຄື: ບັນຫາທະເລຕາເວັນອອກ, ບັນຫາມຽນມາ, ຫຼືການປະທະກັນຢູ່ພາກພື້ນອື່ນໆໃນໂລກກໍ່ໄດ້ເຕື້ອງເຖິງ. ບັນດາບັນຫາຂໍ້ສະເໜີຂອງຫວຽດນາມ ທີ່ໄດ້ຍົກອອກມາໃນກອງປະຊຸມຈະກາຍເປັນຊັບສົມບັດລວມໃນການຮ່ວມມືລະຫວ່າງຫວຽດນາມ ແລະອິນເດຍ ໃນຕໍ່ໜ້າ”.

ໂດຍ: ຈາງຫງວຽນ