leftcenterrightdel
ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະອິນເດຍ ຖ່າຍຮູບຮ່ວມທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ວາລະປຶກສາຫາລື, ທ່ານ ບຸ່ຍແທັງເຊີນ ສະເໜີ ອາຊຽນ ແລະອິນເດຍ ຄວນສົມທົບກັນຢ່າງແໜ້ນແຟ້ນກວ່າອີກແນໃສ່ປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ສະດວກໃຫ້ແກ່ການຮ່ວມມື ແລະພັດທະນາ, ຊຸກຍູ້ການພົວພັນລະຫວ່າງບັນດາປະເທດມະຫາອຳນາດ, ພ້ອມທັງຮັກສາທະເລຕາເວັນອອກແມ່ນເຂດສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ. ທັງສອງຝ່າຍຄວນຕັ້ງເປົ້າໝາຍເຕີບໂຕດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຮ່ວມມືດ້ານວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ... ລະຫວ່າງສອງຝ່າຍແນໃສ່ຮັບໃຊ້ຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນ ແລະວິສາຫະກິດ.

ພິເສດ, ສອງຝ່າຍຄວນຍູ້ແຮງການຮ່ວມມືໃນບັນດາຂົງເຂດສຳຄັນແນໃສ່ຟື້ນຟູຫຼັງໂຄວິດ-19, ເປັນຕົ້ນແມ່ນເພີ່ມທະວີໂຄງການເຊື່ອມຕໍ່ກັບບັນດາປະເທດອາຊຽນທັງທາງບົກ, ທາງທະເລ ແລະທາງອາກາດ, ການເຊື່ອມຕໍ່ດີຈີຕອນ, ການຫັນປ່ຽນດີຈີຕອນ ແລະຮັດແຄບຊ່ອງຫວ່າງດີຈີຕອນ. ອາຊຽນ ແລະອິນເດຍ ຄວນເພີ່ມທະວີການແລກປ່ຽນພຶດຕິກຳຕົວຈິງທີ່ດີ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນການພັດທະນາ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ແລະທ່ານ S. Jaishankar ລັດຖະມົນຕີຕ່າງປະເທດອິນເດຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ - ໃນຖານະເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນຈະສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະອິນເດຍ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອິນເດຍ ໃຫ້ພັດທະນາຢ່າງແທດຈິງ ແລະແຮງກວ່າ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນ ແລະໂລກໃນຊຸມທົດສະວັດຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ