ທີ່ກອງປະຊຸມ SOM ອາຊຽນ, ບັນດາປະເທດໄດ້ກວດກາຄືນວຽກງານກະກຽມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 55 (AMM-55) ແລະບັນດາກອງປະຊຸມຂອງອາຊຽນ ກັບຄູ່ຮ່ວມມືຕ່າງໆທີ່ດໍາເນີນແຕ່ວັນທີ 30 ກໍລະກົດ ຫາວັນທີ 6 ສິງຫາ ທີ່ພະນົມເປັນ, ກໍາປູເຈຍ; ໃຫ້ຄໍາໝັ້ນສັນຍາຮັກສາການຮ່ວມມືເພື່ອຫັນບັນດາບຸລິມະສິດ, ຂໍ້ລິເລີ່ມຂອງອາຊຽນ ປີ 2022 ໃຫ້ປະກົດຜົນເປັນຈິງ; ຢັ້ງຢືນເຖິງຄວາມຕັດສິນໃຈຊຸກຍູ້ວິວັດການສ້າງປະຊາຄົມອາຊຽນ ແລະວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ສືບຕໍ່ຄວາມມານະພະຍາຍາມລວມໝູ່ເພື່ອຮັບມືກັບພະຍາດໂຄວິດ-19 ແລະຍູ້ແຮງການຟື້ນຟູ, ເພີ່ມທະວີການເຊື່ອມຕໍ່, ຮັດແຄບຊ່ອງຫວ່າງການພັດທະນາ, ຊຸກຍູ້ການຜັນຂະຫຍາຍກົນໄກຮັບຮອງປັດສະປອດວັກຊິນລະຫວ່າງບັນດາປະເທດ...

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດາມ.

ທີ່ກອງປະຊຸມ SEANWFZ Excom, ບັນດາປະເທດອາຊຽນ ລ້ວນແຕ່ຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງສັນຍາ SEANWFZ, ຖືນີ້ແມ່ນເອກະສານຫຼັກ, ສະແດງໃຫ້ເຫັນຄໍາໝັ້ນສັນຍາ ແລະຫຼັກໝັ້ນລວມຂອງອາຊຽນ ໃນການຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ປອດອາວຸດນິວເຄຼຍ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ ກໍ່ຄືບັນດາຄວາມມານະພະຍາຍາມລວມຂອງສາກົນໃນການຕ້ານການເຜີຍແຜ່ ແລະຫຼຸດຜ່ອນອາວຸດນິວເຄຼຍ ກໍ່ຄືອາວຸດລ້າງຜານປະເພດຕ່າງໆ.

ໂດຍ: ທູຈາງ