leftcenterrightdel
ທ່ານ ​ໂຈ​ໄບເດັນ ປະທານາທິບໍດີ ສ.ອາ​ເມ​ລິ​ກາ. ພາບ: Getty Images.

ຕາມ​ຂ່າວ​ຈາກນະຄອນຫຼວງ ວໍ​ຊິງ​ຕັນ, ວັນ​ທີ 13 ​ພຶດສະພາ​, ທ່ານ ​ໂຈ​ໄບ​ເດັນ ປະທານາທິບໍດີ ສ.ອາ​ເມ​ລິ​ກາ ​​ໄດ້​ໃຫ້ການຕ້ອນຮັບ ​ແລະ​ພົບ​ປະປຶກສາ​ຫາລືກັບ​ຜູ້ນຳ 8 ປະ​ເທດສະມາຊິກສະມາຄົມປະຊາ​ຊາດອາຊີຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ທີ່​ທຳນຽບຂາວຂອງ ສ.ອາ​ເມ​ລິ​ກາ ​ແລະ​ໄດ້​ໃຫ້​ຄຳ​ໝັ້ນສັນ​ຍາ​ຈະ​ສະໜອງ​ງົບປະມານສະໜັບສະໜູນອາຊຽນ 150 ລ້ານໂດລາສະຫະລັດເພື່ອການພັດທະນາພື້ນຖານໂຄງລ່າງ, ຄວາມ​ໝັ້ນຄົງ ​ແລະການ​ກຽມ​ຄວາມ​ພ້ອມຮັບ​ມື​ກັບ​ໂລກລະບາດໂຄ​ວິດ-19. ຂະນະ​ທີ່ນີ້, ທ່ານ ​ໂຈ​ໄບ​ເດັນ ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງພວມ​ເຮັດ​ວຽກ​ກ່ຽວ​ກັບ​ຂອບການ​ຮ່ວມ​ມືເສດ​ຖະ​ກິດ​ອິນ​ເດຍ-​ປາ​ຊີ​ຟິກ (IPEF) ​ແຕ່​ຍັງ​ບໍ່​ທັນ​ລົງ​ເລິກດ້ານ​ລາຍ​ລະອຽດແຕ່​ຫຼາຍ​ຝ່າຍເຊື້ອ​ໝັ້ນວ່າ ຜູ້ນຳ ສ.ອາ​ເມ​ລິ​ກາ ຈະ​ເປີດ​ຕົວ​ຂອບ​ການ​ຮ່ວມ​ມື​ນີ້ລະຫວ່າງການ​ເດີນທາງ​ຢ້ຽມຢາມ ຍີ່ປຸ່ນ ​ແລະສ.​ເກົາຫຼີ ​ໃນ​ໄລຍະທ້າຍ​ເດືອນ​ນີ້.

ເນື້ອໃນ: ຂປລ