ໃນປີ 2021, ບັນດາປະເທດອາຊຽນ ໄດ້ສຳເລັດວຽກງານສ້າງ “ບົດລາຍງານຄົ້ນຄວ້າກ່ຽວກັບແຜນການຟ້ືນຟູການທ່ອງທ່ຽວອາຊຽນ ຫຼັງພະຍາດໂຄວິດ-19” ແລະ “ແນະນຳກ່ຽວກັບຫຼັກການສຸຂະອະນາໄມ ແລະຄວາມປອດໄພໃຫ້ແກ່ຜູ້ອອກແຮງງານ ແລະປະຊາຄົມໃນຂະແໜງການທ່ອງທ່ຽວອາຊຽນ” ເພື່ອກະກຽມເປີດປະຕູການທ່ອງທ່ຽວໃຫ້ມີຄວາມປອດໄພ ແລະປະສິດທິຜົນ.

leftcenterrightdel
ເວທີປາໄສການທ່ອງທ່ຽວອາຊຽນ (ATF) 2022 ໄດ້ດຳເນີນຢູ່ Sihanoukville, ກຳປູເຈຍ. ພາບ: ງຽມຮຸ່ງ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີການທ່ອງທ່ຽວອາຊຽນ ໃນຂອບເຂດເວທີປາໄສການທ່ອງທ່ຽວ ATF 2022, ບັນດາການນໍາຂະແໜງການທ່ອງທ່ຽວ ຈະພ້ອມກັນກວດກາຄືນຄວາມຄືບໜ້າໃນການຜັນຂະຫຍາຍຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ ກ່ຽວກັບການຍູ້ແຮງການຮ່ວມມືຟ້ືນຟູການທ່ອງທ່ຽວອາຊຽນ, ລວມມີການຜັນ ຂະຫຍາຍແຜນການຟື້ນຟູຫຼັງພະຍາດໂຄວິດ-19 ຂອງການທ່ອງທ່ຽວອາຊຽນ. ກອງປະຊຸມຈະພ້ອມກັນປຶກສາຫາລື ແລະຍົກອອກຄຳແນະນຳເພື່ອຜັນຂະຫຍາຍຖະແຫຼງການຮ່ວມ.

ແຜນການຟ້ືນຟູການທ່ອງທ່ຽວອາຊຽນ ຫຼັງພະຍາດໂຄວິດ-19 ໂດຍກໍາປູເຈຍ ຮັບຜິດຊອບ, ດ້ວຍການອຸປະຖຳຂອງອົງການໜູນຊ່ວຍການຄ້າ ແລະການລົງທຶນພັດທະນາການາດາ (CITF) ແລະບັນດາຊ່ຽວຊານຂອງບໍລິສັດໃຫ້ຄໍາປຶກສາ Greenview. ບັນດາລັດຖະມົນຕີການທ່ອງທ່ຽວອາຊຽນ ໄດ້ຮັບຮອງເອົາແຜນການນີ້ໃນເດືອນ ກັນຍາ 2021.

ໂດຍ: ແສງເດືອນ