ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານປະເທດ  ສີຈິ້ນຜິງ ໄດ້ຍ້ອງຍໍສາຍພົວພັນຮ່ວມມືຖານບ້ານໃກ້ຄຽງທີ່ສະໜິດສະໜົມ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງອາຊຽນ ແລະຈີນ ໃນຕະຫຼອດ 30 ປີຜ່ານມາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ-ຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານປະເທດຈີນ ສີຈິ້ນຜິງ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບການນຳອາຊຽນ ແລະຈີນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້ການນຳສອງຝ່າຍຕີລາຄາການຮ່ວມມືລະຫວ່າງອາຊຽນ ແລະຈີນ ໃນ 30 ປີຜ່ານມາ, ວາງອອກບັນດາການກໍານົດທິດສຳຄັນໃນໄລຍະໃໝ່ແນໃສ່ນໍາເອົາການພົວພັນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະສົມກັບລະດັບຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນກອງປະຊຸມສຸດຍອດປະຈໍາປີອາຊຽນ-ຈີນ ຄັ້ງທີ 24 (26-10-2021).

ໂດຍ: ທະນາພອນ