ທ່ານ ເອກະພາບ ພັນທະວົງ, ຮອງເລຂາທິການໃຫຍ່ອາຊຽນ ຈະຊ່ວຍວຽກເລຂາທິການໃຫຍ່ອາຊຽນ ໃນການປະຕິບັດແຜນແມ່ບົດ ASCC 2025, ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການໃນຂອບເຂດ  ASCC.

leftcenterrightdel
ທ່ານ ເອກະພາບ ພັນທະວົງ ອະດີດຫົວໜ້າຄະນະຜູ້ຕາງໜ້າລາວ ປະຈຳ ອາຊຽນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເອກະພາບ ພັນທະວົງ ຈະຮັບດຳລົງຕຳແໜ່ງຮອງເລຂາທິການໃຫຍ່ອາຊຽນ  ດ້ວຍອາຍຸການສາມປີນັບແຕ່ປີ 2021 ຫາປີ 2024. ກ່ອນທີ່ຮັບດຳລົງຕຳແໜ່ງຮອງເລຂາທິການໃຫຍ່ອາຊຽນ, ທ່ານແມ່ນເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ ປະຈຳ ອາຊຽນ ອາຍຸການ 2018-2021. ທ່ານກໍ່ເຄີຍດຳລົງຕຳແໜ່ງຮອງຫົວໜ້າກົມອາຊຽນ ສັງກັດກະຊວງການຕ່າງປະເທດລາວ.

ປະຈຸບັນ, ຄະນະການນຳອາຊຽນ ລວມມີທ່ານ Dato Lim Jock Hoi ເລຂາທິການໃຫຍ່;  ທ່ານ Robert Matheus Michael Tene ຮອງເລຂາທິການໃຫຍ່ຮັບຜິດຊອບເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງ, ທ່ານ ເຈິ່ນດຶກບິ່ງ ຮອງເລຂາທິການໃຫຍ່ຮັບຜິດຊອບເສົາຄ້ຳປະຊາຄົມ ແລະພາຍໃນ ແລະທ່ານ ເອກະພາບ ພັນທະວົງ ຮອງເລຂາທິການໃຫຍ່ຮັບຜິດຊອບເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມ.

ໂດຍ: ແສງເດືອນ