ດ້ວຍຫົວຂໍ້ວ່າ “ຄວາມໝັ້ນຄົງ ແລະພັດທະນາແບບຍືນຍົງຢູ່ອາຊີ ໃນສະພາບຕົວຈິງໃໝ່ຂອງໂລກພາຍຫຼັງໂລກລະບາດ” ໂດຍທ່ານ Mukhtar Tileuberdi ລັດຖະມົນຕີກະຊວງການຕ່າງປະເທດກາຊັກສະຖານ ເປັນປະທານກອງປະຊຸມ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ CICA ຄັ້ງທີ 6 ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງຮວ່າງຢາງ ໃຫ້ຂໍ້ສັງເກດວ່າ CICA ແມ່ນກົນໄກສໍາຄັນເພື່ອເພີ່ມທະວີການຮ່ວມມືໃນພາກພື້ນ ແລະຖືວ່າ ເວທີປາໄສດັ່ງກ່າວຄວນສືບຕໍ່ຮັກສາຈຸດສຸມຊຸກຍູ້ການເຈລະຈາ, ສ້າງຄວາມເຊື່ອໝັ້ນລະຫວ່າງບັນດາປະເທດຢູ່ອາຊີ ເພື່ອພ້ອມກັນແກ້ໄຂສິ່ງທ້າທາຍໃນພາກພື້ນ ແລະທົ່ວໂລກ. ທ່ານ ດັ້ງຮວ່າງຢາງ ໄດ້ຢັ້ງຢືນຄໍາໝັ້ນສັນຍາຂອງຫວຽດນາມ ຕໍ່ວິວັດທະນາການ ແລະເປົ້າໝາຍຂອງ CICA, ຕັດສິນໃຈພ້ອມກັບບັນດາປະເທດເພີ່ມທະວີຄວາມສາມັກຄີ, ສ້າງຄວາມເຊື່ອໝັ້ນ, ຮ່ວມມື ເພື່ອສັນຕິພາບ ແລະການພັດທະນາຂອງອາຊີ ແລະໃນໂລກ.

ເນື່ອງໃນໂອກາດນີ້, ທ່ານ ດັ້ງຮວ່າງຢາງ ໄດ້ເຊີດຊູບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງໃນພາກພື້ນ; ແບ່ງປັນຄວາມມານະພະຍາຍາມທີ່ຕັ້ງໜ້າຂອງອາຊຽນ ໃນການຮັບມືກັບພະຍາດໂຄວິດ-19, ປະຕິບັດການເຫັນດີເຫັນພ້ອມ 5 ຂໍ້ກ່ຽວກັບມຽນມາ, ຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະສິ້ນສຸດການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ໂດຍ: ຈາງຫງວຽນ