leftcenterrightdel
ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ, ຫົວຫນ້າ SOM ASEAN ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: baochinhphu.vn.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວກຢູງ ຕີລາຄາສູງຄວາມມານະພະຍາຍາມຂອງປະທານ ບຣູໄນ ທີ່ໄດ້ຮັກສາ ແລະບໍລິຫານການເຄື່ອນໄຫວຂອງອາຊຽນ ໃນໄລຍະຫຍຸ້ງຍາກນີ້ ແລະຢັ້ງຢືນຄືນໃໝ່ການສະຫນັບສະໜູນບັນດາຂໍ້ລິເລີ່ມຂອງປະທານ ບຣູໄນ. ທ່ານຮອງລັດຖະມົນຕີກໍ່ຊົມເຊີຍ ແລະຕີລາຄາສູງຄວາມມານະພະຍາຍາມຂອງທູດພິເສດຂອງປະທານອາຊຽນ ກ່ຽວກັບບັນຫາມຽນມາ ແລະທ່ານເລຂາທິການໃຫຍ່ ອາຊຽນ ໃນບົດບາດປະສານງານກ່ຽວກັບການໜູນຊ່ວຍມະນຸດສະທຳຂອງອາຊຽນ ໃຫ້ແກ່ມຽນມາ; ພ້ອມທັງຢືນຢັນ ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ ແລະສະໜັບສະໜູນຄວາມມານະພະຍາຍາມຂອງປະທານ ອາຊຽນ ປີ 2021 ເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງ 5 ຂໍ້ກ່ຽວກັບບັນຫາ ມຽນມາ ຢ່າງມີປະສິດທິຜົນ.

ຕໍ່ໜ້າການຜັນປ່ຽນຢ່າງວ່ອງໄວຂອງສະພາບການໂລກ ແລະພາກພື້ນ, ທ່ານຮອງລັດຖະມົນຕີ ຫງວຽນກວກຢູງ ເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາຄວາມສາມັກຄີ, ເປັນເອກະພາບ ແລະບົດບາດໃຈກາງຂອງອາຊຽນ, ເສີມຂະຫຍາຍທັດສະນະລວມຂອງອາຊຽນໃນບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ...

ໂດຍ: ກວຽດເຕິມ