leftcenterrightdel
ການພົບປະທາງໄກ. ພາບ: ສະພາແຫ່ງຊາດອິນໂດເນເຊຍ.

ວັນທີ 28 ກັນຍາ, ຢູ່ທີ່ການພົບປະສອງຝ່າຍກັບທ່ານປະທານ ສະພາປຶກສາການເມືອງແຫ່ງຊາດຈີນ ອວາງຢ໊າງ, ທ່ານ Bambang Soesatyo ປະທານສະພາປຶກສາການເມືອງແຫ່ງຊາດ ອິນໂດເນເຊຍ ໄດ້ຮຽກຮ້ອງໃຫ້ ຈີນ ປະຕິບັດຕາມສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ (UNCLOS) 1982. ທ່ານ Bambang Soesatyo ເນັ້ນໜັກວ່າ ເລື່ອງ ຈີນ ບໍ່ປະຕິບັດຕາມ UNCLOS 1982 ໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງກັບ ອິນໂດເນເຊຍ ໃນທະເລ Natuna, ເກີດຄວາມເຄັ່ງຕຶງກັບ ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ. ສິ່ງນີ້ໄດ້ເປັນທຳນຽມທີ່ບໍ່ດີໃນອະນາຄົດ, ກໍ່ຄືສາມາດພາໄປເຖິງຄວາມເຄັ່ງຕຶງປິນຂັ້ນໄດໃນສະພາບທົ່ວໂລກພວມມານະພະຍາຍາມຕ້ານໂລກລະບາດໂຄວິດ-19. ອິນໂດເນເຊຍ ເນັ້ນໜັກເຖິງຄວາມສຳຄັນໃນການຮັກສາສັນຕະພາບ ແລະ ສະຖຽນລະພາບຢູ່ເຂດທະເລຕາເວັນອອກ ແລະ ຄວາມເສລີໃນການເດີນເຮືອກໍ່ຄືການບິນ. ອິນໂດເນເຊຍ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບກົດໝາຍສາກົນ, ພິເສດແມ່ນ UNCLOS.

ແຫຼ່ງຄັດຈາກ: vovworld.vn