ກອງປະຊຸມໄດ້ສຸມໃສ່ແລກປ່ຽນບັນດາມາດຕະການຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມຮັບມືກັບພະຍາດໂຄວິດ-19 ທີ່ໄດ້ຮັບຮອງເອົາທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນພະຈິກ ປີ 2020 ຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ, ສະເໜີໃຫ້ອາຊຽນ ຄວນຍູ້ໄວຄວາມຄືບໜ້າໃນການຊື້ວັກຊິນໃຫ້ແກ່ບັນດາປະເທດສະມາຊິກ, ພ້ອມທັງສົ່ງເສີມໃຫ້ບັນດາປະເທດພິຈາລະນາການແບ່ງປັນວັກຊິນໃຫ້ກັນບົນພື້ນຖານສະໝັກໃຈເພື່ອໜູນຊ່ວຍບັນດາປະເທດທີ່ມີຄວາມຕ້ອງການ ແລະປະສົບຄວາມຫຍຸ້ງຍາກໃນການເຂົ້າເຖິງວັກຊິນ. ທ່ານ ຫງວຽນກວກຢຸ້ງ ສະເໜີໃຫ້ບັນດາປະເທດອາຊຽນ ຄວນສືບຕໍ່ປະກອບສ່ວນ ແລະຂົນຂວາຍແຫຼ່ງໜູນຊ່ວຍກອງທຶນອາຊຽນ ຮັບມືກັບພະຍາດໂຄວິດ-19 ແລະສາງແຮອຸປະກອນການແພດຂອງອາຊຽນ ຕື່ມອີກ. ທ່ານຮອງລັດຖະມົນຕີກໍ່ສະເໜີໃຫ້ອາຊຽນ ສືບຕໍ່ເອົາໃຈໃສ່ມານະພະຍາຍາມໃສ່ສອງຈຸດສຸມຕົ້ນຕໍນັ້ນແມ່ນຊຸກຍູ້ການຟື້ນຟູເສດຖະກິດ ແລະຫຼຸດຜົນກະທົບຫຍໍ້ທໍ້ຂອງພະຍາດຕໍ່ກັບປະຊາຊົນໃນພາກພື້ນ.

ໂດຍ: ຈາງຫງວຽນ