ທີ່ກອງປະຊຸມ, ທ່ານ ເລວັນແທັ່ງ ໄດ້ເນັ້ນໜັກວ່າໃນໄລຍະທາງ 30 ປີແຫ່ງການຮ່ວມມືລະຫວ່າງອາຊຽນ-ຈີນ ໄດ້ຮັກສາການໂອ້ລົມສົນທະນາ, ຊຸກຍູ້ການຮ່ວມມືຢ່າງແຮງ ແລະໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດສອງຝ່າຍບັນລຸໄດ້ບາດກ້າວພັດທະນາຢ່າງກະໂດດຂັ້ນ, ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນທົບ 80 ເທົ່າໃນໄລຍະ 30 ປີຜ່ານມາ, ຈີນ ແລະອາຊຽນ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງກັນ. ສອງຝ່າຍໄດ້ ແລະພວມຮ່ວມມືກັນຢ່າງແໜ້ນແຟ້ນໃນການຕໍ່ສູ້ຕ້ານພະຍາດໂຄວິດ-19.

leftcenterrightdel
ທ່ານ ເລວັນແທັ່ງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີໄຂ CAEXPO ແລະ CABIS ຄັ້ງທີ 18 ຜ່ານລະບົບທາງໄກ. ພາບ: ຈູງໂດ໊.

ທ່ານຮອງນາຍົກລັດຖະມົນຕີ ເລວັນແທັ່ງ ໄດ້ເນັ້ນໜັກເຖິງ 3 ຈຸດສຸມໃນການຮ່ວມມືລະຫວ່າງອາຊຽນ ແລະຈີນ ໃນໄລຍະຈະມາເຖິງ. ນັ້ນແມ່ນສືບຕໍ່ຍູ້ໄວວິວັດການຮ່ວມມືເສດຖະກິດລະຫວ່າງອາຊຽນ ແລະຈີນ, ຍາດແຍ່ງກາລະໂອກາດ ເຊິ່ງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ, ສັນຍາການຄ້າເສລີ ອາຊຽນ-ຈີນ ນຳມາໃຫ້ຢ່າງສຸດຂີດ; ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ.

ພ້ອມກັນນັ້ນ, ຫວຽດນາມ ປາດຖະໜາຢາກໃຫ້ ຈີນ ສືບຕໍ່ສ້າງເງື່ອນໄຂສະດວກ ທີ່ສຸດເພື່ອໃຫ້ຫວຽດນາມ ພ້ອມກັບອາຊຽນ ເຂົ້າເຖິງແຫຼ່ງສະໜອງວັກຊິນ ກໍ່ຄືເຕັກໂນໂລຢີຜະລິດວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ຢ່າງງ່າຍດາຍກວ່າ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມລວມຂອງບັນດາຝ່າຍ, ອາຊຽນ ແລະຈີນ ຈະສະກັດກັ້ນ, ຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ ແລະຟື້ນຟູ, ພັດທະນາພື້ນຖານເສດຖະກິດແບບຍືນຍົງ.

ໂດຍ: ທະນາພອນ