leftcenterrightdel
ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen ຈະເປັນປະທານກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ຕາມແຈ້ງການສື່ມວນຊົນໃນວັນທີ 7 ກັນຍາ ຂອງກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ແລ້ວ, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen ຈະເປັນປະທານກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7, ເຊິ່ງຄາດວ່າຈະດຳເນີນແບບທາງໄກໃນວັນທີ 09 ກັນຍາ.

ການນຳບັນດາປະເທດທີ່ຈະເຂົ້າຮ່ວມ GMS ຄັ້ງທີ 7 ລວມມີ ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ; ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ; ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ; ທ່ານປະທານບໍລິຫານສະພາແຫ່ງລັດ ມຽນມາ Min Ang Hlaing; ທ່ານນາຍົກລັດຖະມົນຕີໄທ ປະຢຸດ ຈັນໂອຊາ ແລະ ທ່ານປະທານທະນາຄານ ພັດທະນາ ອາຊີ (ADB) Masatgusu Asakawa.

ກອງປະຊຸມມີຫົວຂໍ້ “GMS: ສ້າງກຳລັງແຮງໃໝ່ເພື່ອຮັບມືກັບບັນດາສິ່ງທ້າທາຍໃນທົດສະວັດໃໝ່”, ກອງປະຊຸມຈະພິຈາລະນາວິວັດທະນາການຮ່ວມມືໃນພາກພື້ນ, ພ້ອມທັງຂຶ້ນແຜນການກຳນົດທິດ ແລະ ການເຄື່ອນໄຫວໃນ 3 ປີຈະມາເຖິງພາຍໃຕ້ການໜູນຊ່ວຍຂອງ ADB.

ແຫຼ່ງຄັດຈາກ: vovworld.vn