leftcenterrightdel
ທ່ານນາຍົກລັດຖະມົນຕີ ມາເລເຊຍ  Ismail Sabri Yaakob ສາບານຕົວຮັບດຳລົງຕຳແໜ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນບ່າຍວັນທີ 22 ສິງຫາ, ພາຍຫຼັງໄດ້ຮັບດຳລົງຕໍາແໜ່ງໜຶ່ງວັນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Ismail Sabri Yaakob ໄດ້ມີບົດກ່າວປາໄສທຳອິດຕໍ່ໜ້າສື່ມວນຊົນ ແລະໄດ້ຮັບການຖ່າຍທອດສົດທາງໂທລະພາບໃນທົ່ວປະເທດ ແລະ ຜ່ານສື່ສັງຄົມອອນລາຍຕ່າງໆ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Ismail Sabri Yaakob ສະແດງຄວາມຮູ້ບຸນຄຸນມາຍັງພະກະສັດ Al – Sultan Abdulah ແລະ ສະພາລາຊາທິປະໄຕທຸກຖ້ວນໜ້າທີ່ໄດ້ມີຄວາມເຊື່ອໝັ້ນແຕ່ງຕັ້ງທ່ານເປັນນາຍົກລັດຖະມົນຕີ. ໃນບົດກ່າວປາໄສຂອງຕົນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ຍັງໄດ້ນຳໃຊ້ຄຳວ່າ “ຄອບຄົວ ມາເລເຊຍ” ເພື່ອຮຽກຮ້ອງໃຫ້ສະມາຊິກລັດຖະສະພາທຸກຄົນຈົ່ງສາມັກຄີກັນ, ປະຄວາມບໍ່ລົງລອຍກັນໄວ້ແລ້ວຮ່ວມມືກັນ, ມຸ່ງໄປເຖິງການສ້າງຄວາມເຫັນດີເຫັນພ້ອມເພື່ອຊາຍຄາລວມ. ທ່ານກໍຮຽກຮ້ອງປະຊາຊົນຈົ່ງມີຄວາມເຊື່ອໝັ້ນຕໍ່ລັດຖະບານໃໝ່; ພ້ອມທັງຖືວ່າອຳນາດການປົກຄອງໃໝ່ຈະມານະພະຍາຍາມນຳມາເລເຊຍ ຜ່ານຜ່າວິກິດການດ້ານສາທາລະນະສຸກ ແລະ ເສດຖະກິດຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19.

ແຫຼ່ງຄັດຈາກ: vovworld.vn