ໄທໄດ້ໃຫ້ຄຳໝັ້ນສັນຍາຮ່ວມມືກັບສະຫະພາບ ເອີລົບ (EU) ກ່ຽວກັບການພັດທະນາແບບຍືນຍົງ, ພິເສດໃນບັນດາຂົງເຂດທີ່ກ່ຽວຂ້ອງຂອງຮູບແບບເສດຖະກິດຊີວະສາດ - ໝູນວຽນ - ຂຽວ (BCG), ເພື່ອບັນລຸໄດ້ອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ ເຊິ່ງຈະໄດ້ຮັບການປຶກສາຫາລືພາຍຫຼັງການໂອ້ລົມສົນທະນາລະຫວ່າງອາຊຽນ - EU ກ່ຽວກັບການພັດທະນາແບບຍືນຍົງຄັ້ງທີ 3 ໂດຍປະເທດນີ້ ເປັນເຈົ້າພາບຈັດຕັ້ງໃນເດືອນ ພະຈິກ ປີນີ້.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ໄທ ດອນ ປະມຸດວິໄນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - EU  ແບບທາງໄກ ໄດ້ດຳເນີນໃນວັນທີ 6 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ໄທ ດອນ ປະມຸດວິໄນ ຢັ້ງຢືນຄຳໝັ້ນສັນຍາຂອງ ອາຊຽນ ແລະ EU ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - EU ໃນທຸກຂົງເຂດ, ພິເສດແມ່ນການຮັບມືກັບໂລກລະບາດໂຄວິດ - 19 ແລະ ການຮ່ວມມືມຸ່ງໄປເຖິງການຟື້ນຟູແບບຍືນຍົງໃນໄລຍະຫຼັງໂຄວິດ - 19 ຜ່ານຮູບການ BCG...

ທ່ານ ດອນ ປະມຸດວິໄນ ໄດ້ເນັ້ນໜັ້ກເຖິງຄວາມສຳຄັນຂອງການຮ່ວມມື ກັບ EU ໃນການເພີ່ມທະວີການຮ່ວມມືດ້ານການແພດປ້ອງກັນພະຍາດ, ລວມມີ ຜ່ານການສຳຜັດ ແລະ ແຈກຢາຍວັກຊິນຢ່າງສະເໝີພາບ, ຮ່ວມມືກັນຄົ້ນຄວ້າ ແລະ ພັດທະນາວັກຊິນ ເພື່ອຍົກສູງກຳລັງຄວາມສາມາດໃນການຜະລິດວັກຊິນຢູ່ທ້ອງຖິ່ນ ແລະ ຮັບຮອງວັກຊິນຂອງກັນເພື່ອສ້າງເງື່ອນໄຂເພື່ອເຊື່ອມຕໍ່ການເດີນທາງໄປມາ.

ແຫຼ່ງຄັດຈາກ: vovworld.vn