leftcenterrightdel
ທ່ານ Dominic Raab ລັດຖະມົນຕີຕ່າງປະເທດລາຊະອານາຈັກອັງກິດ ກ່າວຄຳເຫັນທີ່ພິທີມອບ-ຮັບກົດລະບຽບຄູ່ຮ່ວມມືເຈລະຈາສະບັບສົມບູນຂອງອາຊຽນ ໃຫ້ລາຊະອານາຈັກອັງກິດ ຜ່ານລະບົບທາງໄກ. ພາບ: ສຳນັກຂ່າວສານຫວຽດນາມ.

ສະແດງຄວາມຂອບອົກຂອບໃຈຕໍ່ການຕົກລົງຂອງອາຊຽນ, ທ່ານ Dominic Raab  ລັດຖະມົນຕີຕ່າງປະເທດອັງກິດ ແບ່ງປັນບູລິມະສິດຮ່ວມມືໃນໄລຍະຈະມາເຖິງ ລວມມີການຮ່ວມມືເສດຖະກິດ, ຊຸກຍູ້ການເຕີບໂຕສີຂຽວ, ສ້າງພື້ນຖານໂຄງລ່າງແບບຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບມືກັບສິ່ງທ້າທາຍຢູ່ພາກພື້ນ ແລະທົ່ວໂລກທີ່ພວມເກີດຂຶ້ນ. ອັງກິດ ກໍ່ພ້ອມແລ້ວທີ່ຈະຍົກສູງການຮ່ວມມືກັບອາຊຽນ ໃນການຮັບມື ແລະຄວບຄຸມພະຍາດໂຄວິດ-19, ສະໜອງວັກຊິນໃຫ້ອາຊຽນ, ໜູນຊ່ວຍພາກພື້ນຍົກສູງກຳລັງຄວາມສາມາດດ້ານການແພດ. ເມື່ອເນັ້ນໜັກເຖິງການເພີ່ມທະວີການຮ່ວມມືທະເລ, ລາຊະອານາຈັກອັງກິດ ຈະພ້ອມກັບອາຊຽນ ຍົກສູງກຳລັງຄວາມສາມາດໃນການປະຕິບັດກົດໝາຍຢູ່ທະເລ, ປະກອບສ່ວນເຊີດຊູຄຸນຄ່າ ແລະບົດບາດຂອງກົດໝາຍສາກົນ, ພິເສດແມ່ນ UNCLOS 1982.

ໂດຍ: ແສງເດືອນ