ອາຊຽນ ແລະອົດສະຕາລີ ເຫັນດີເປັນເອກະພາບສືບຕໍ່ໃຫ້ບຸລິມະສິດສົມທົບກັນຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ພ້ອມທັງໜູນຊ່ວຍເຊິ່ງກັນ ແລະກັນແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ກໍ່ຂຶ້ນ ແລະຍູ້ແຮງຄວາມມານະພະຍາຍາມຟື້ນຟູແບບຍືນຍົງ. ບັນດາປະເທດອາຊຽນ ສະເໜີ ອົດສະຕາລີ, ດ້ວຍທ່າແຮງຂອງຕົນ, ສືບຕໍ່ຮ່ວມມືໃນຂົງເຂດບຸລິມະສິດຢ່າງມີປະສິດທິຜົນ, ຄື: ຕ້ານການກໍ່ການຮ້າຍ ແລະອາດຊະຍາກໍາຂ້າມຊາດ, ປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ... ສອງຝ່າຍຢັ້ງຢືນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ທະເລຕາເວັນອອກ.

leftcenterrightdel
ບັນຍາກາດທີ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕາລີ ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນວັນດຽວກັນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ໄດ້ດໍາເນີນຜ່ານລະບົບທາງໄກ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ໃຫ້ບຸລິມະສິດແກ່ການຮ່ວມມືຮັບມືກັບພະຍາດໂຄວິດ-19 ແລະໜູນຊ່ວຍຊຸກຍູ້ການຟື້ນຟູຢ່າງຮອບດ້ານ. ອາຊຽນ ສະເໜີ ລັດເຊຍ ສືບຕໍ່ໜູນຊ່ວຍຍົກສູງກໍາລັງຄວາມສາມາດດ້ານສາທາລະນະສຸກປ້ອງກັນ, ສະໜອງ ແລະຊ່ວຍບັນດາປະເທດອາຊຽນເປັນເຈົ້າຕົນເອງກ່ຽວກັບວັກຊິນ. ລັດເຊຍ ຫວັງວ່າ ສອງຝ່າຍສືບຕໍ່ສົມທົບກັນໃນເວທີປາໄສຫຼາຍຝ່າຍຢູ່ພາກພື້ນອາຊີ-ປາຊີຟິກ.

ຕອນຄໍ່າວັນດຽວກັນ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 11 ຜ່ານລະບົບທາງໄກ. ບັນດາປະເທດຄູ່ຮ່ວມມື EAS ໃຫ້ຄໍາໝັ້ນສັນຍາໜູນຊ່ວຍອາຊຽນ ຍົກສູງກໍາລັງຄວາມສາມາດດ້ານສາທາລະນະສຸກປ້ອງກັນ, ຄົ້ນຄວ້າ ແລະພັດທະນາວັກຊິນ, ຮັບປະກັນການແຈກຢາຍວັກຊິນຢ່າງປອດໄພ, ມີປະສິດທິຜົນ ແລະສະໝ່ຳສະເໝີ, ໜູນຊ່ວຍອຸປະກອນການແພດທີ່ຈໍາເປັນ. ບັນດາປະເທດເນັ້ນໜັກເຖິງການຄວນສົມທົບກັນຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນ, ສ້າງທະເລຕາເວັນອອກເປັນເຂດທະເລສັນຕິພາບ, ມິດຕະພາບ ແລະການຮ່ວມມື; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ; ໃນນັ້ນມີ UNCLOS 1982.

ໂດຍ: ເຈິ່ນຮວ່ຽນ