ທີ່ກອງປະຊຸມ, ອາຊຽນ ແລະອາເມລິກາ ເຫັນດີເປັນເອກະພາບສືບຕໍ່ໃຫ້ບູລິມະສິດແກ່ການຮັບມືກັບພະຍາດໂຄວິດ-19, ພ້ອມທັງໜູນຊ່ວຍຊຸກຍູ້ການຟື້ນຟູແບບຍືນຍົງ. ບັນດາປະເທດອາຊຽນ ຫວັງວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍການຄົ້ນຄວ້າ, ພັດທະນາ, ຜະລິດ ແລະແຈກຢາຍວັກຊິນກັນໂຄວິດ-19. ໂດຍສັງເກດວ່າສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນດ້ວຍສິ່ງທ້າທາຍຫຼາຍຢ່າງຫາກໍ່ເກີດຂຶ້ນ, ອາຊຽນ ແລະອາເມລິກາ ຢັ້ງຢືນສົມທົບກັນຢ່າງແໜ້ນແຟ້ນເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອາເມລິກາ ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ບັນດາປະເທດ, ໃນນັ້ນມີອາຊຽນ ແລະອາເມລິກາ, ແບ່ງປັນຜົນປະໂຫຍດ ແລະຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ພ້ອມທັງເນັ້ນໜັກວ່າບັນດາຝ່າຍຄວນສະແດງໃຫ້ເຫັນເຈດຕະນາດີໃນການຮ່ວມມື, ການກະທຳມີຄວາມຮັບຜິດຊອບ, ພ້ອມກັນມຸ່ງໄປເຖິງການສ້າງທະເລຕາເວັນອອກໃຫ້ມີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ ແລະປົກປັກຮັກສາສິ່ງແວດລ້ອມ. ທ່ານ ບຸ່ຍແທັງເຊີນ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສໍາຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ, ປອດການທະຫານ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ; ໃນນັ້ນມີ UNCLOS 1982, ຊຸກຍູ້ການປະຕິບັດ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ປັບປຸງສໍາເລັດ COC ຢ່າງມີປະສິດທິຜົນ, ມີເນື້ອແທ້, ເໝາະສົມກັບກົດໝາຍສາກົນ ແລະ UNCLOS 1982.

ໂດຍ: ເຈິ່ນຮວ່ຽນ