ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ຕີລາຄາສູງສະພາບການຜັນຂະຫຍາຍບັນດາໂຄງການ IAI ກໍ່ຄືໝາກຜົນຂອງກອງປະຊຸມສໍາມະນາພາກພື້ນກ່ຽວກັບ IAI ໃນວັນທີ 21 ພຶດສະພາ 2021 ແລະເວທີປາໄສບັນດາຝ່າຍເຂົ້າຮ່ວມ IAI ໃນວັນທີ 8 ມິຖຸນາ 2021; ທ່ານເນັ້ນໜັກວ່າໝາກຜົນນີ້ຈະແມ່ນປະຖົມປັດໄຈເພື່ອຜັນຂະຫຍາຍບັນດາໂຄງການ IAI ໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ເປັນປະທານກອງປະຊຸມ ຄັ້ງທີ 64 ຂອງຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI) ຜ່ານລະບົບທາງໄກ, ດ້ວຍຕຳແໜ່ງປະທານຄະນະສະເພາະກິດ IAI. ພາບ: ສຳນັກຂ່າວສານຫວຽດນາມ.

ໃນໄລຍະຈະມາເຖິງ, ຄະນະສະເພາະກິດ IAI ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຜັນຂະຫຍາຍແຜນການປະຕິບັດງານ IAI ໄລຍະ 4 ແລະຄາດຄະເນວ່າຈະຈັດຕັ້ງກອງປະຊຸມ ຄັ້ງທີ 65 ຂອງຄະນະສະເພາະກິດ IAI ແລະກອງປະຊຸມປຶກສາຫາລືຄູ່ຮ່ວມມື IAI ຄັ້ງທີ 11 ໃນເດືອນກັນຍາ 2021. ບັນດາປະເທດອາຊຽນ ໄດ້ຮັບຮອງເອົາ IAI ໃນປີ 2000 ດ້ວຍເປົ້າໝາຍຮັດແຄບຊ່ອງຫວ່າງພັດທະນາລະຫວ່າງບັນດາປະເທດອາຊຽນ, ໜູນຊ່ວຍສະມາຊິກໃໝ່ແມ່ນບັນດາປະເທດ CLMV (ກໍາປູເຈຍ, ລາວ, ມຽນມາ ແລະຫວຽດນາມ) ເຊື່ອມໂຍງເຂົ້າພື້ນຖານເສດຖະກິດພາກພື້ນຢ່າງຄົບຖ້ວນ.

ໂດຍ: ແສງເດືອນ