leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3 ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ບັນດາປະເທດອາຊຽນ+3 ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການຮັກສາ ແລະສ້າງຄວາມສະດວກໃນການແລກປ່ຽນການຄ້າ, ການລົງທຶນ, ເປີດກວ້າງການເຊື່ອມຕໍ່ພາກພື້ນ, ຍົກເລີກການຈຳກັດໄປມາລະຫວ່າງບັນດາປະເທດໃນພາກພື້ນເທື່ອລະກ້າວເມື່ອມີເງື່ອນໄຂ. ຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ ໄດ້ເຫັນດີເປັນເອກະພາບຕໍ່ການເປີດກວ້າງການຮ່ວມມືກັບອາຊຽນ ໃນຂົງເຂດໃໝ່, ຄື: ການຫັນປ່ຽນດີຈີຕອນ, ນຳໃຊ້ເຕັກໂນໂລຢີປ່ຽນແປງໃໝ່ຫົວຄິດປະດິດສ້າງ, ການຄ້າເອເລັກໂຕນິກ, ການຟື້ນຟູ ແລະເຕີບໂຕສີຂຽວ ແນໃສ່ຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະຊຸກຍູ້ການຟື້ນຟູແບບຍືນຍົງ.

leftcenterrightdel
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນຂອງຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ເນັ້ນໜັກວ່າ ໂດຍເປັນປະທານຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ (IAI), ຫວຽດນາມ ສະເໜີໃຫ້ຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະສ.ເກົາຫຼີ ສືບຕໍ່ໜູນຊ່ວຍອາຊຽນ ຮັດແຄບຊ່ອງຫວ່າງພັດທະນາຢູ່ອະນຸພາກພື້ນຂອງອາຊຽນ, ໃນນັ້ນມີແມ່ນ້ຳຂອງ, ໃນສະພາບທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19. ທ່ານ ຫງວຽນກ໊ວກຢຸງ ເນັ້ນໜັກວ່າ ການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບແມ່ນເງື່ອນໄຂຕັດສິນຊີ້ຂາດໃນການສ້າງຄວາມສະດວກແກ່ຄວາມມານະພະຍາຍາມຟື້ນຟູ ແລະພັດທະນາແບບຍືນຍົງ, ໃນນັ້ນຄວນເພີ່ມທະວີການເຈລະຈາ ແລະຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍ ແລະມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໂດຍ: ເຈິ່ນຮວ່ຽນ