ກົມໃຫຍ່ພາສີຈີນ ປະກາດ ໃນວັນທີ 13 ເມສາ, ວົງເງິນສົ່ງອອກ-ນຳເຂົ້າຂອງ ຈີນ ໃນໄຕມາດ 1 ປີ 2021 ບັນລຸລະດັບການເຕີບໂຕຢ່າງແຮງ, ໃນນັ້ນອາຊຽນ ສືບຕໍ່ເປັນຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງ ຈີນ ບັນລຸ 1.300 ຕື້ກວ່າໂດລາສະຫະລັດ, ເພີ່ມຂຶ້ນກວ່າ 29,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນວົງເງິນສົ່ງອອກບັນລຸປະມານ 709 ຕື້ໂດລາສະຫະລັດ. ສຳລັບຍອດວົງເງິນການຄ້າສອງຝ່າຍບັນລຸປະມານ 190 ຕື້ໂດລາສະຫະລັດເພີ່ມຂຶ້ນ 26%. ຖັດມາແມ່ນອີຢູ, ສ.ອາເມລິກາ ແລະຍີ່ປຸ່ນ.
ເນື້ອໃນ: ຂປລ
Type the code from the image