ຕາມນັ້ນແລ້ວ, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຈີນ ໃນໄຕມາດ 1 ປີ 2021 ບັນລຸກ່ວາ 1.300 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 292% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ວົງເງິນສົ່ງອອກບັນລຸປະມານ 709 ຕື້ໂດລາສະຫະລັດ. ໃນໄຕມາດ 1 ປີ 2021, ອາຊຽນ ສືບຕໍ່ແມ່ນຄູ່ຮ່ວມມືດ້ານການຄ້າອັນດັບ 1 ຂອງ ຈີນ ດ້ວຍຍອດວົງເງິນການຄ້າ 2 ຝ່າຍບັນລຸປະມານ 190 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 26%. ຖັດມາແມ່ນ ອີຢູ, ອາເມລິກາ ແລະ ຍີ່ປຸ່ນ.

ແຫຼ່ງຄັດຈາກ: vovworld.vn