ສູນຂໍ້ມູນຂ່າວສານທາງການຄ້າ, ກະຊວງອຸດສາຫະກຳ ແລະການຄ້າລາວ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະສົ່ງອອກຂອງ ສປປ ລາວ ປະຈໍາເດືອນກຸມພາ ປີ 2021 ບັນລຸໄດ້ປະມານ 849 ລ້ານໂດລາສະຫະລັດ.

ໃນນັ້ນ, ມູນຄ່າການສົ່ງອອກມີປະມານກວ່າ 440 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າມີປະມານກວ່າ 400 ລ້ານໂດລາສະຫະລັດ ແລະເກີນດຸນການຄ້າປະມານກວ່າ 40 ລ້ານໂດລາສະຫະລັດ.

leftcenterrightdel
ພາບປະກອບ: laoedaily.com.la

ໝວດສິນຄ້າສົ່ງອອກຫຼັກ ມີ: ມັນຕົ້ນ 67 ລ້ານໂດລາສະຫະລັດ, ຮອງມາແມ່ນຄໍາປະສົມ (ຄໍາແທ່ງ) ມູນຄ່າປະມານ 40 ລ້ານໂດລາສະຫະລັດ, ແຮ່ທອງ ມູນຄ່າປະມານ 35 ລ້ານໂດລາສະຫະລັດ, ໝາກກ້ວຍ 23 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 17 ລ້ານໂດລາສະຫະລັດ, ໂຄງຮ່າງ (ຊິ້ນສ່ວນກ້ອງບັນທຶກພາບ) ມີມູນຄ່າ 14 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກໜອດ, ໝາກຂາມ…) ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, ຢາງພາລາ ມູນຄ່າປະມານ 8 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ມູນຄ່າ 7 ລ້ານໂດລາສະຫະລັດ, ທອງແດງ ແລະເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າ 4 ລ້ານໂດລາສະຫະລັດ.

ດ້ານໝວດສິນຄ້ານໍາເຂົ້າຫຼັກ ມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 39 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າ 33 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ. ນອກນັ້ນ, ຍັງມີເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 20 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ມີມູນຄ່າ 14 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 12 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ/ແອັດຊັງພິເສດ ມູນຄ່າ 9 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າ 8 ລ້ານໂດລາສະຫະລັດ, ຜະລິດຕະພັນທາງເຄມີ 7 ລ້ານໂດລາສະຫະລັດ ແລະກາດ ແລະສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 8 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີ: ສປ ຈີນ ມູນຄ່າປະມານ 151 ລ້ານໂດລາສະຫະລັດ, ໄທ 106 ລ້ານໂດລາສະຫະລັດ, ສສ ຫວຽດນາມ 99 ລ້ານໂດລາສະຫະລັດ, ອິນເດຍ 8 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ມີມູນຄ່າປະມານ 8 ລ້ານໂດລາສະຫະລັດ. ສ່ວນ 5 ປະເທດທີ່ນໍາເຂົ້າຫຼັກມີ: ປະເທດໄທ ມູນຄ່າປະມານ 243 ລ້ານໂດລາສະຫະລັດ, ສປ ຈີນ 78 ລ້ານໂດລາສະຫະລັດ, ສສ ຫວຽດນາມ 37 ລ້ານໂດລາສະຫະລັດ, ຍີ່ປຸ່ນ 9 ລ້ານໂດລາສະຫະລັດ ແລະ ອາເມຣິກາ 10 ລ້ານໂດລາສະຫະລັດ.

ໂດຍ: ເສດຖະກິດການຄ້າ