ໃນຖານະເປັນປະເທດປະສານງານການພົວພັນອາຊຽນ-ຍີ່ປຸ່ນ ອາຍຸການ 2018–2021, ທ່ານ ຫງວຽນຫ໊າຍບັ່ງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ພ້ອມກັບທ່ານ Chiba Akira ເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ເປັນປະທານຮ່ວມກອງປະຊຸມ.

ກອງປະຊຸມໄດ້ຮັບຮູ້ບັນດາໂຄງການຮ່ວມມືລະຫວ່າງອາຊຽນ-ຍີ່ປຸ່ນ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19. ສະເພາະປີ 2020, ໃນຂອບເຂດກອງທຶນເຊື່ອມໂຍງອາຊຽນ-ຍີ່ປຸ່ນ, ມີ 32 ໂຄງການໄດ້ຮັບການຜັນຂະຫຍາຍດ້ວຍມູນຄ່າທັງໝົດ 22 ລ້ານໂດລາສະຫະລັດ ແລະ 25 ໂຄງການໄດ້ຮັບການອະນຸມັດຜ່ານດ້ວຍຍອດຈຳນວນທຶນ 17 ລ້ານໂດລາສະຫະລັດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາປະເທດອາຊຽນ ຕີລາຄາສູງການປະກອບສ່ວນຂອງຍີ່ປຸ່ນ ໃນໄລຍະຜ່ານມາ, ພິເສດແມ່ນຕົກລົງອຸປະຖໍາໃຫ້ໂຄງການ ACPHEED ແລະປາດຖະໜາວ່າສອງຝ່າຍຈະເພີ່ມທະວີການຮ່ວມມືຮອບດ້ານໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນ, ຄື: ຄວາມໝັ້ນຄົງທາງອິນເຕີເນັດ, ຕົວເມືອງອັດສະລິຍະ...

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໊າຍບັ່ງ ໄດ້ສະແດງຄວາມຊົມເຊີຍ ຍີ່ປຸ່ນ ທີ່ໄດ້ອຸປະຖຳໃຫ້ 11 ໂຄງການໃນຂອບເຂດແຜນການປະຕິບັດງານໄລຍະ III ແລະສະເໜີຍີ່ປຸ່ນ ສືບຕໍ່ປະກອບບັນດາໂຄງການໃໝ່ ແລະແທດຈິງໃຫ້ແຜນການປະຕິບັດງານໄລຍະ IV ຂອງ IAI. ນີ້ແມ່ນປີສຸດທ້າຍທີ່ຫວຽດນາມ ເປັນປະເທດປະສານງານການພົວພັນອາຊຽນ-ຍີ່ປຸ່ນ. ຖານະຕໍາແໜ່ງນີ້ຈະມອບໃຫ້ປະເທດໄທ ທີ່ກອງປະຊຸມລັດຖະມົນຕີອາຊຽນ-ຍີ່ປຸ່ນ ໃນເດືອນສິງຫາ 2021 .

ໂດຍ: ທະນາພອນ