ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລືກ່ຽວກັບຄວາມຮັບຜິດຊອບຂອງສູນກາງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອແນໃສ່ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ, ສາມາດກໍານົດແຈ້ງບັນດາເນື້ອໃນ ແລະວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາ ໃນແຕ່ລະຂົງເຂດວຽກງານຕິດພັນກັບການຍົກສູງຄວາມເປັນເຈົ້າການຂອງຄະນະພັກ, ບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫລວງໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນແຜນງານ, ໂຄງການ ແລະກິດຈະກໍາລະອຽດຂອງຕົນຕາມທິດ: ທັງເຊື່ອມຊຶມທັງນໍາພາ ເຮັດຕົວຈິງແຕ່ຫົວທີ.

leftcenterrightdel
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຄັ້ງທີ 2 ສະໄໝທີ XI. ພາບ: kpl.gov.la.

ຮັບຮອງແຜນດໍາເນີນງານຕະຫລອດໄລຍະ 5 ປີຂອງຄະນະບໍລິຫານງານສູນກາງພັກສະໃໝທີ XI ກໍຄືການກໍານົດວຽກຈຸດສຸມທີ່ສູນກາງ ຈະໄດ້ຊີ້ນໍາໃນແຕ່ລະໄລຍະເພື່ອກໍານົດແບບແຜນເຄື່ອນໄຫວ ແລະວິທີນໍາພາຂອງຄະນະບໍລິຫານງານສູນກາງພັກ ໃຫ້ຈະແຈ້ງ, ເປັນລະບົບ, ມີຈຸດສຸມ, ສ້າງຄວາມເຊື້ອໝັ້ນຢ່າງໜັກແໜ້ນຂອງສັງຄົມຕໍ່ການນໍາພາຂອງພັກ, ສົມທົບຢ່າງກົມກຽວລະ ຫວ່າງການແກ້ໄຂບັນຫາທີ່ເປັນພື້ນຖານທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກັບການແກ້ໄຂບັນຫາພົ້ນເດັ່ນທີ່ເກີດຂຶ້ນໃນແຕ່ລະໄລຍະຕາມສະພາບຕົວຈິງເພື່ອເປັນບ່ອນອີງໃຫ້ແກ່ການກໍານົດຄວາມຮັບຜິດຊອບ, ສົ່ງເສີມຄວາມເປັນເຈົ້າການ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຂອງບັນດາສະຫາຍກໍາມະການສູນກາງພັກ, ທັງເປັນບ່ອນອີງໃນການຕີລາຄາ ຄວາມສາມາດນໍາພາຂອງກໍາມະການສູນກາງພັກແຕ່ລະສະຫາຍໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ.

ຮັບຮອງເອົາມະຕິວ່າດ້ວຍລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນ ແລະຮັບປະກັນການຍົກສູງບົດບາດການນໍາພາຂອງພັກ ແລະການປະຕິບັດຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຍ່າງເຂັ້ມງວດ.

ກອງປະຊຸມໄດ້ປຶກສາຫາລື ແລະຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະແຜນງົບປະມານແຫ່ງລັດ 5 ປີ (2021-2025) ເຊິ່ງໄດ້ຜ່ານການປະກອບຄວາມເຫັນຫລາຍເທື່ອ ແລະໄດ້ຜ່ານຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກມາແລ້ວ ແລະກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໝທີ XI ນີ້ ໄດ້ສືບຕໍ່ກວດຄືນບາງຕົວເລກ ແລະ ບາງຄາດໝາຍໃຫ້ສອດຄ່ອງ ແລະສົມບູນຍິ່ງຂຶ້ນເພື່ອນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ຮັບຮອງເອົາຕາມກົດໝາຍ.

ກອງປະຊຸມຍັງໄດ້ປຶກສາຫາລື ແລະເປັນຜູ້ເອກະພາບຮັບຮອງເອົາການປັງປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະການແບ່ງ ຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI ເພື່ອແນໃສ່ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ນໍາໄປສູ່ການຈັດຕັ້ງປະຕິບັດຕົວຈິງດ້ວຍຄວາມຮັບຜິດຊອບ ຂອງແຕ່ລະສະຫາຍ ກໍານົດໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ.

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ຍັງໄດ້ເນັ້ນໜັກໃຫ້ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ ຈົ່ງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນຮູບປະທໍາ ແລະໄດ້ຮັບການຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ຮຽກຮ້ອງໃຫ້ບັນດາສະຫາຍສູນກາງຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ ແລະພາຍໃນຊາດ, ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ໄປເຜີຍແຜ່ເຊື່ອມຊຶມ ແລະຊີ້ນໍາການຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ຕາມສະພາບການຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ, ເພີ່ມທະວີຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ, ປັບປຸງ, ຍົກສູງຄວາມສາມາດ ແລະຄຸນນະພາບການເຄື່ອນໄຫວປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າເກົ່າ.

ຂ່າວ: ຂປລ