leftcenterrightdel
ວັກຊີນກັນພະຍາດໂຄວິດ-19 Sputnik V ຂອງລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ແຈ້ງການດັ່ງກ່າວຂອງ RDIF ຊີ້ແຈ້ງວ່າ: “ລາວ ໄດ້ກາຍເປັນປະເທດທີ 44 ໃນໂລກທີ່ຈົດທະບຽນນຳໃຊ້ວັກຊີນ Sputnik V. ວັກຊິີນໄດ້ຈົດທະບຽນຕາມລະບຽບການອະນຸຍາດໃຫ້ນໍາໃຊ້ໃນກໍລະນີສຸກເສີນ”. ທ່ານ Kirill Dmitriev ຜູ້ອໍານວຍການບໍລິຫານຂອງ RDIF ໃຫ້ຮູ້ວ່າ, ເລື່ອງວັກຊີນ Sputnik V ໄດ້ມີຊື່ໃນບັນຊີນໍາໃຊ້ຢູ່ລາວ ແມ່ນ “ພະຍານຫຼັກຖານໃຫ້ປະສິດທິຜົນຂອງວັກຊີນລັດເຊຍ ໂດຍອີງໃສ່ພື້ນຖານທີ່ໄດ້ຄົ້ນຄວ້າກ່ຽວກັບແວກເຕີ adenoviral ຢູ່ໃນຄົນຢ່າງລະອຽດ”. ທ່ານ Kirill Dmitriev ໃຫ້ຮູ້ຕື່ມອີກວ່າ: “ພວກຂ້າພະເຈົ້າປາດຖະໜາຢາກເປີດກວ້າງສາຍພົວພັນຄູ່ຮ່ວມມືກ່ຽວກັບວັກຊີນກັບບັນດາປະເທດອາຊີອື່ນໆ”.

ໂດຍ: ທູຈາງ