leftcenterrightdel
ພາບປະກອບ: kpl.gov.la.

ສຳລັບການຄົ້ນຄວ້າກ່ຽວກັບ DPAMC ຈະພິຈາລະນາສະພາບການພັດທະນາ ແລະຮ່ວມມືໃນຂົງເຂດແຮ່ທາດອາຊຽນໃນສະພາບການລວມຂອງຕະຫຼາດທົ່ວໂລກ ແລະຂະແໜງອຸດສາຫະກຳແຮ່ທາດ, ພ້ອມທັງສະເໜີບັນດາຍຸດທະສາດ ແລະມາດຕະການຂອງພາກພື້ນ. ບັນດາຂໍ້ສະເໜີຂອງການຄົ້ນຄວ້າດັ່ງກ່າວ ຄາດວ່າຈະຊ່ວຍກຳນົດທິດທາງການຮ່ວມມືໃນຂົງເຂດແຮ່ທາດອາຊຽນໃນອະນາຄົດ ແລະຈະພິຈາລະນາໃນໄລຍະທີ 2 (2021-2025) ຂອງແຜນການດຳເນີນງານກ່ຽວກັບການຮ່ວມມືໃນຂົງເຂດແຮ່ທາດອາຊຽນ. ໃນຂະນະນັ້ນ, ການສ້າງຖານຂໍ້ມູນກ່ຽວກັບແຮ່ທາດອາຊຽນຢ່າງມີປະສິດທິຜົນ ຈະສ້າງເງື່ອນໄຂລົງທຶນທີ່ຈຳເປັນໃນວຽກງານສຳຫຼວດ ແລະພັດທະນາຂະແໜງແຮ່ທາດໃນພາກພື້ນ. ຄາດວ່າບັນດາຂໍ້ສະເໜີຂອງການຄົ້ນຄວ້າກຳນົດຂອບເຂດ AMDIS ຈະໄດ້ຮັບການພິຈາລະນາເພື່ອແນໃສ່ເພີ່ມທະວີລະບົບໃນປັດຈຸບັນ.

ເນື້ອໃນ: ຂປລ