ຕາມແຫຼ່ງຂ່າວຈາກລັດຖະບານໄທ, ເລື່ອງທ່ານ Wunna Maung Lwin ເຂົ້າຮ່ວມການເຈລະຈາທາງການທູດໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຮ່ວມມືກັບອາຊຽນ ເພື່ອຊອກຫາມາດຕະການແກ້ໄຂທາງອອກດ້ານການເມືອງຢູ່ປະເທດນີ້.

leftcenterrightdel
ພາບປະກອບຄັດຈາກ: AFP/ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ກອງທັບມຽນມາ ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະຈັດຕັ້ງການເລືອກຕ້ັງ ແລະມອບ-ຮັບອໍານາດ, ພ້ອມທັງປະຕິເສດເລື່ອງດໍາເນີນການເຮັດລັດຖະປະຫານ, ກໍ່ຄືຂໍ້ກ່າວຫາການເດີນຂະບວນປະທ້ວງຢູ່ພາຍໃນປະເທດໃນປະຈຸບັນທີ່ມີການໃຊ້ຄວາມຮຸນແຮງ.

ຕົ້ນເດືອນ ກຸມພາ ຜ່ານມາ, ອາຊຽນ ໄດ້ຮຽກຮ້ອງໃຫ້ມຽນມາ ຕ້ອງ “ເຈລະຈາ, ໄກ່ເກ່ຍ ແລະກັບຄືນສູ່ສະພາບປົກກະຕິ” ພາຍຫຼັງກອງທັບມຽນມາ ດໍາເນີນການເຮັດລັດຖະປະຫານ ແລະຂຶ້ນກໍາອໍານາດຢູ່ປະເທດນີ້. ຖະແຫຼງການຂອງອາຊຽນ ຊີ້ແຈ້ງວ່າ “ພວກຂ້າພະເຈົ້າ ຢໍ້າຄືນອີກເທື່ອໜຶ່ງວ່າ ຄວາມໝັ້ນຄົງດ້ານການເມືອງຢູ່ບັນດາປະເທດສະມາຊິກອາຊຽນ ແມ່ນມີຄວາມຈໍາເປັນທີ່ສຸດຕໍ່ເລື່ອງບັນລຸໄດ້ປະຊາຄົມອາຊຽນ ສັນຕິພາບ, ສະຖຽນລະພາບ ແລະຈະເລີນຮຸ່ງເຮືອງ”.

ໂດຍ: ດັ້ງເກື່ອງ