leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຕາມກະຊວງການຕ່າງປະເທດສິງກະໂປ ແລ້ວ, ທ່ານລັດຖະມົນຕີ Vivian Balakrishnan ແລະທ່ານ Retno Marsudi ຄູ່ຮ່ວມຕຳແໜ່ງອິນໂດເນເຊຍ ທີ່ພວມມີການຢ້ຽມຢາມປະເທດນີ້ໃນບັນດາການປຶກສາຫາລືໄດ້ສະແດງຄວາມສະໜັບສະໜູນຢ່າງແຮງຕໍ່ຂໍ້ສະເໜີໂຮມກອງປະຊຸມບໍ່ເປັນທາງການຂັ້ນລັດຖະມົນຕີການຕ່າງປະເທດອາຊຽນ ປຶກສາຫາລືກ່ຽວກັບມຽນມາ ຍິ່ງໄວກໍ່ຍິ່ງດີເພື່ອແນໃສ່ຊຸກຍູ້ບັນດາການແລກປ່ຽນທັດສະນະທີ່ມີລັກສະນະສ້າງສັນ ແລະກຳນົດວິທີການແກ້ໄຂທີ່ມີຄວາມເປັນໄປໄດ້ສູງໃຫ້ແກ່ມຽນມາ.

ໃນຖະແຫຼງການໜຶ່ງ, ທ່ານ Balakrishnan ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ມຽນມາ ຈົ່ງລະງັບໃຈຢ່າງສຸດຂີດ ແລະນຳໃຊ້ບັນດາມາດຕະການຮີບດ່ວນເພື່ອແກ້ໄຂຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນ.

ແຫຼ່ງຄັດຈາກ: vovworld.vn