ທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ເລທິຕວ໊ຽດມາຍ ພ້ອມກັບບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດອາຊຽນໄດ້ແລກປ່ຽນ, ແບ່ງປັນກ່ຽວກັບການຜັນແປໃໝ່ ແລະການສົມທົບທັດສະນະຂອງອາຊຽນໃນການເຂົ້າຮ່ວມການເຄື່ອນໄຫວຢູ່ບັນດາອົງການຂອງ ສປຊ ແລະບັນດາອົງການຈັດຕັ້ງສາກົນອື່ນໆຢູ່ເຊີແນວ, ຄື: ສະພາສິດທິມະນຸດຂອງ ສປຊ, ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ, ຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວອົບພະຍົບ, ກອງປະຊຸມຫຼຸດຜ່ອນອາວຸດ (CD), ກອງປະຊຸມຂອງ ສປຊ ກ່ຽວກັບການຄ້າ ແລະການພັດທະນາ (UNCTAD), ອົງການອະນາໄມໂລກ (WHO)...

leftcenterrightdel
ທ່ານນາງ ເລທິຕວ໊ຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ເຊີແນວ. ພາບ: ຄະນະຜູ້ຕາງໜ້າຫວຽດນາມ ຢູ່ເຊີແນວ.

ຕໍ່ໜ້າສະພາບພະຍາດໂຄວິດ-19 ໃນພາກພື້ນສືບຕໍ່ຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນໄລຍະຜ່ານມາ, ທ່ານນາງ ເລທິຕວ໊ຽດມາຍ ສະແດງຄວາມເຊື່ອໝັ້ນວ່າ ບັນດາຂໍ້ລິເລີ່ມຂອງອາຊຽນໃນປີຫວຽດນາມ ເປັນປະທານເພື່ອແນໃສ່ຊຸກຍູ້ການຮ່ວມມື, ການປ້ອງກັນ, ຕ້ານພະຍາດໂຄວິດ-19 ຈະສືບຕໍ່ໄດ້ຮັບການຊຸກຍູ້ໃນອາຍຸການຂອງບຣູໄນ.

ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ ກໍ່ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວຂອງອາຊຽນໃນປີ 2021, ແນໃສ່ຊຸກຍູ້ບົດບາດ, ຮູບພາບຂອງອາຊຽນຢູ່ ສປຊ ແລະບັນດາອົງການຈັດຕັ້ງສາກົນຢູ່ເຊີແນວ, ກໍ່ຄືປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງບັນດາຄະນະຜູ້ຕາງໜ້າອາຊຽນຢູ່ເຊີແນວ.

ໂດຍ: ເຈິ່ນຮວ່ຽນ