ວັນທີ 22 ຕຸລາ, ທີ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງ ແລະກະຊວງກໍ່ສ້າງ ເປັນປະທານຮ່ວມຈັດຕັ້ງເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະອາຊຽນ 2020 (ASEAN Smart Cities Summit & Expo 2020).

ເວທີປາໄສແນໃສ່ຊຸກຍູ້ການແບ່ງປັນຂໍ້ລິເລີ່ມ, ບົດຮຽນ ແລະການຮ່ວມມືລະຫວ່າງບັນດາຕົວເມືອງຂອງຫວຽດນາມ ກັບເຄືອຂ່າຍຕົວເມືອງໃນພາກພື້ນອາຊຽນ.

leftcenterrightdel
ເວທີປາໄສຂັ້ນສູງກ່ຽວກັບຕົວເມືອງອັດສະລິຍະອາຊຽນ 2020. ພາບ: baoxaydung.com.vn.

1 ວາລະປະຊຸມຄົບຄະນະ ແລະ 5 ກອງປະຊຸມສໍາມະນາຫົວເລື່ອງສະເພາະໄດ້ສຸມໃສ່ເຂົ້າບັນດາຂົງເຂດຫຼັກແຫຼ່ງໃນການກໍ່ສ້າງຕົວເມືອງອັດສະລິຍະ, ຄື: ການວາງແຜນຜັງ ແລະຄຸ້ມຄອງຕົວເມືອງອັດສະລິຍະ; ການພັດທະນາໂຄງລ່າງດີຈີຕອນ ແລະເຕັກໂນໂລຢີດີຈີຕອນພື້ນຖານໃຫ້ແກ່ຕົວເມືອງອັດສະລິຍະ; ການຄົມມະນາຄົມອັດສະລິຍະ; ພະລັງງານອັດສະລິຍະ; ການບໍລິການອັດສະລິຍະ; ງານວາງສະແດງບັນດາຮູບແບບ, ເຕັກໂນໂລຢີພົ້ນເດັ່ນໃຫ້ແກ່ຕົວເມືອງອັດສະລິຍະດ້ວຍການເຂົ້າຮ່ວມຂອງບັນດາທ້ອງຖິ່ນ ແລະວິສາຫະກິດພາຍໃນປະເທດ ແລະສາກົນ.

ໂດຍ: ທະນາພອນ