ຕອນເຊົ້າວັນທີ 11 ກໍລະກົດ, ທີ່ບາງກອກ, ປະເທດໄທ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM)  ຄັ້ງທີ 13 ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ” ໄດ້ໄຂຂຶ້ນຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີກະຊວງປ້ອງກັນປະເທດ, ການນຳກະຊວງປ້ອງກັນປະເທດທີ່ມາຈາກ 10 ປະເທດອາຊຽນ ແລະທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ. ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ນຳໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ກອງປະຊຸມ ADMM-13. ພາບ: ທູຈາງ.

ກ່າວປາໄສໄຂກອງປະຊຸມ, ທ່ານພົນເອກ Prawit Wongsuwan, ລັດຖະມົນຕີກະຊວງປ້ອງກັນປະເທດໄທ, ປະທານ ADMM, ສະແດງຄວາມຂອບອົກຂອບໃຈ ແລະການໜູນຊ່ວຍຂອງບັນດາປະເທດສະມາຊິກຕໍ່ກັບປີປະທານອາຊຽນຂອງໄທ ແລະເລື່ອງຈັດຕັ້ງກອງປະຊຸມ ADMM ຄັ້ງທີ 13. ທ່ານພົນເອກ Prawit Wongsuwan ໃຫ້ຮູ້ວ່າ, ADMM-13 ຈະສຸມໃສ່ເລື່ອງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດອາຊຽນຜ່ານກົນໄກ ADMM. ທ່ານພົນເອກ Prawit Wongsuwan ຢ້ັງຢືນວ່າ ADMM ແລະກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ແມ່ນກົນໄກຕົ້ນຕໍເພື່ອເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດອາຊຽນ, ພ້ອມທັງຮັກສາບົດບາດໃຈກາງຂອງອາຊຽນ.  ຜ່ານການເຈລະຈາ ແລະການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອາຊຽນ ໄດ້ຊຸກຍູ້ການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ, ກອງປະຊຸມ ADMM-13 ໄດ້ດໍາເນີນໃນສະພາບການດ້ານການເມືອງ, ຄວາມໝັ້ນຄົງໃນໂລກ ແລະສາກົນພວມຜັນແປໄປຢ່າງສັບສົນ. ພາຍຫຼັງການພັດທະນາມາໄດ້ໄລຍະໜຶ່ງ ແລະຍາດໄດ້ຜົນງານສຳຄັນຫຼາຍຢ່າງ, ອາຊຽນ ກໍ່ປະສົບກັບສິ່ງທ້າທາຍຈຳນວນໜຶ່ງ, ໃນນັ້ນບັນດາປະເທດໃຫຍ່ໃນພາກພື້ນມີການແກ່ງແຍ້ງກັນເພີ່ມຂຶ້ນ, ສົ່ງຜົນກະທົບໂດຍກົງເຖິງອາຊຽນ.

ຕໍ່ໜ້າສະພາບການຕົວຈິງເຫຼ່ົານັ້ນ, ທ່ານພົນເອກ ໂງຊວນລິກ ຖືວ່າ, ອາຊຽນຕ້ອງເພີ່ມທະວີຄວາມສາມັກຄີ, ເສີມຂະຫຍາຍລັກສະນະກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຍົກສູງບົດບາດໃຈກາງ, ຊັກຈູງໃນບັນດາກົນໄກຮ່ວມມືຢູ່ພາກພື້ນ; ທ່ານ ພົນເອກ ໂງຊວນລິກ ເຊື່ອໝັ້ນວ່າດ້ວຍການຊັກຈູງຂອງປະເທດເຈົ້າພາບໄທ, ການຮ່ວມມືດ້ານປ້ອງກັນຊາດອາຊຽນ ຈະສືບຕໍ່ຍາດໄດ້ຜົນສຳເລັດຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

ໃນວັນດຽວກັນ, ບັນດາຫົວໜ້າຄະນະໄດ້ລົງນາມໃນຖະແຫຼງການຮ່ວມຂອງ ADMM-13 ວ່າດ້ວຍ “ຄວາມໝັ້ນຄົງແບບຍືນຍົງ”. ຖະແຫຼງການຮ່ວມຢັ້ງຢືນຄືນໃໝ່ເລື່ອງເພີ່ມທະວີ, ປັບປຸງການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດສະມາຊິກອາຊຽນ ກໍ່ຄືບັນດາປະເທດເຂົ້າຮ່ວມ. ຖະແຫຼງການຮ່ວມຂອງ ADMM-13 ກໍ່ຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງການຮັກສາ ແລະຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ກໍ່ຄືຄວາມຈຳເປັນຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ພ້ອມກັນນັ້ນຖະແຫຼງການຮ່ວມກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຖະແຫຼງການກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (ດີໂອຊີ), ກ້າວໄປເຖິງການບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (ຊີໂອຊີ)ໂດຍໄວ,  ຄົບຖ້ວນ ແລະມີປະສິດທິຜົນ.

ຖະແຫຼງການຮ່ວມຂອງ ADMM-13 ຊົມເຊີຍເລື່ອງຫວຽດນາມ ຈະດໍາລົງຕໍາແໜ່ງປະທານອາຊຽນ ແລະຈັດຕັ້ງ ADMM ຄັ້ງທີ 14 ແລະ ADMM + ຄັ້ງທີ 7 ໃນປີ 2020.

ໂດຍ: ສົມເພັດ