ທ່ານ Viktor Orban ເນັ້ນໜັກວ່າ ຮຸງກາຣີ ບໍ່ມີທາງເລືອກໃດນອກຈາກການປົກປ້ອງຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຕໍ່ບັນດາການກະທຳຈາກຝ່າຍຢູແກຼນ. ຢູແກຼນ ໄດ້ຢຸດຕິການເຄື່ອນໄຫວຂອງທໍ່ສົ່ງ Druzhba ເປັນເວລາເກືອບ 1 ເດືອນຜ່ານມາ, ເຮັດໃຫ້ແຫຼ່ງສະໜອງນ້ຳມັນຈາກລັດເຊຍ ໃຫ້ແກ່ຮຸງກາຣີ ແລະ ສະໂລວາກີ ຖືກຂາດວັກຂາດຕອນຢ່າງຮ້າຍແຮງ. ການນຳຮຸງກາຣີ ຢັ້ງຢືນວ່າ ປະເທດນີ້ບັນລຸຜົນສຳເລັດໃນການຮັບມືກັບບັນດາສິ່ງທ້າທາຍແຫຼ່ງສະໜອງນ້ຳມັນດ້ວຍວິທີການຮັກສາລາຄານ້ຳມັນເຊື້ອໄຟຢູ່ລະດັບເພດານ ແລະລາຄາອາຍແກັດຢູ່ລະດັບຕ່ຳສຸດຂອງເອີລົບ, ເຊິ່ງຊ່ວຍໃຫ້ປະຊາຊົນຮຸງກາຣີ ໄດ້ຮັບຜົນປະໂຫຍດໂດຍກົງ. ເຖິງຢ່າງໃດກໍຕາມ, ເພື່ອຮັບປະກັນແຫຼ່ງສະໜອງເປັນປົກກະຕິຍາວນານ, ຮຸງກາຣີ ບັງຄັບຕ້ອງປະຕິບັດບັນດາມາດຕະການຢ່າງແຮງກວ່າ. ຕໍ່ກັບຖະແຫຼງການຂອງທ່ານ Viktor Orban ນາຍົກລັດຖະມົນຕີ ຮຸງກາຣີ, ທ່ານ Tykhyi ໂຄສົກກະຊວງການຕ່າງປະເທດ ຢູແກຼນ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ການສົ່ງອອກອາຍແກັດຈາກຮຸງກາຣີ ໄປຍັງ ຢູແກຼນ ຍັງບໍ່ທັນຖືກຢຸດຕິຢ່າງສິ້ນເຊີງ. ຖ້າ ຮຸງກາຣີ ຢຸດຕິການສົ່ງອອກອາຍແກັດໄປຍັງ ຢູແກຼນ, ພື້ນຖານເສດຖະກິດຂອງປະເທດນີ້ຈະຖືກເສຍຫາຍປະມານ 1 ຕື້ USD/ປີ.

ແຫຼ່ງຄັດຈາກ: vovworld.vn