ວັນທີ 25 ມີນາ, ອີຣານ ສືບຕໍ່ສະແດງຫຼັກໝັ້ນແຂງກະດ້າງເມື່ອປະຕິເສດຂໍ້ສະເໜີປັດຈຸບັນຂອງອາເມລິກາ ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງ, ພ້ອມທັງຍົກອອກເງື່ອນໄຂສະເພາະ, ໃນນັ້ນມີການຮຽກຮ້ອງຕ້ອງຮັບຮູ້ສິດຄວບຄຸມຊ່ອງແຄບທະເລ Hormuz.

ຕາມເຈົ້າໜ້າທີ່ການເມືອງ - ຄວາມໝັ້ນຄົງລະດັບສູງຂອງອີຣານ ທ່ານໜຶ່ງໂດຍຊ່ອງທາງ PressTV ຄັດສະເໜີແລ້ວ, ຂໍ້ສະເໜີລວມມີ 15 ຂໍ້ ໂດຍ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ສົ່ງໄປຍັງປາກິດສະຖານ ແມ່ນ “ບໍ່ສາມາດຍອມຮັບໄດ້”. ທ່ານນີ້ ໄດ້ເໜັ້ນໜັກວ່າການປະທະກັນ ຈະຢຸດຕິໄດ້ ກໍ່ຕໍ່ເມື່ອໄປ “ຕາມບັນດາເງື່ອນໄຂ ແລະແຜນວິວັດການໂດຍ ເຕເຮຣານ ຕັດສິນ”.

ແລະກໍ່ໃນວັນທີ 25 ມີນາ, ທ່ານ Mohammad Baqer Qalibaf ປະທານສະພາແຫ່ງຊາດ ອີຣານ ກໍ່ໄດ້ກ່າວເຕືອນວ່າ ອາເມລິກາ ບໍ່ຄວນທົດສອບຄວາມຕັດສິນໃຈປ້ອງກັນຕົວຂອງອີຣານ, ໃນສະພາບການ ວໍຊິງຕັນ ພວມເພີ່ມທະວີການຈັດສົ່ງກຳລັງໄປຍັງພາກພື້ນຕາເວັນອອກກາງ. ທ່ານ ໃຫ້ຮູ້ວ່າ ອີຣານ ພວມຕິດຕາມທຸກການກະທຳດ້ານການທະຫານຂອງອາເມລິກາ ໃນພາກພື້ນຢ່າງໃກ້ຊິດ.

ໃນຂະນະນັ້ນ, ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກໍ່ກ່າວເຕືອນຈະບຸກໂຈມຕີຢ່າງຮຸນແຮງກວ່າຖ້າ ອີຣານ ບໍ່ຍອມຮັບປະລາໄຊ, ເຖິງວ່າຈະຍັງເປີດຄວາມອາດສາມາດຊຸກຍູ້ແຜນການ 15 ຂໍ້.

ແຫຼ່ງຄັດຈາກ: vovworld.vn