ຂໍ້ມູນຈາກລະບົບຕິດຕາມການເດີນເຮືອຢູ່ທະເລ MarineTraffic ຊີ້ໃຫ້ເຫັນວ່າ ກໍາປັ່ນ Sara Sky ປັກທຸງ Sierra Leone ໄດ້ເຂົ້າທຽບທ່າ Limay (Bataan) ໃນເວລາ 14 ໂມງຂອງວັນທີ 24 ມີນາ.

ກ່ອນໜ້ານັ້ນ, ທ່ານນາງ Sharon Garin, ລັດຖະມົນຕີກະຊວງພະລັງງານຟີລິບປິນ ໃຫ້ຮູ້ວ່າ ມານີລາ ພວມພິຈາລະນາທຸກແຜນການ, ລວມມີທັງແຫຼ່ງສະໜອງຈາກລັດເຊຍ. ນອກນັ້ນ, ປະເທດນີ້ກໍ່ພວມເຈລະຈາກັບບັນດາຜູ້ສະໜອງຢູ່ ໄທ, ຍີ່ປຸ່ນ ແລະສິງກະໂປ ເພື່ອຮັບປະກັນແຫຼ່ງສະໜອງພະລັງງານທີ່ເປັນປົກກະຕິ.

ແຫຼ່ງຄັດຈາກ: vovworld.vn