ຕາມທ່ານ Jared Isaacman ແລ້ວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງກ່ຽວກັບອຸປະກອນກໍຕາມ, ແຕ່ NASA ຈະນຳໃຊ້ຄືນບັນດາອຸປະກອນທີ່ເໝາະສົມ ແລະຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືສາກົນໃຫ້ການໜູນຊ່ວຍເພື່ອບັນລຸໄດ້ບັນດາເປົ້າໝາຍນີ້. ອົງການອາວະກາດເອີຣົບ (ESA) ພ້ອມກັບບັນດາອົງການຈັດຕັ້ງສາກົນອື່ນ ແມ່ນບັນດາຄູ່ຮ່ວມມືໃນໂຄງການ Gateway.

NASA ຍົກອອກແຈ້ງການດັ່ງກ່າວພາຍຫຼັງທີ່ປ່ຽນແປງໂຄງການພະຈົນໄພດວງຈັນ Artemis ທີ່ເຄີຍແນໃສ່ສົ່ງຄົນອາເມລິກາ ກັບຄືນສູ່ດວງຈັນ ແລະສ້າງການມີໜ້າຍາວນານຢູ່ຫັ້ນ.

ແຫຼ່ງຄັດຈາກ: vovworld.vn