leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: REUTERS

ບັນດາການປຶກສາຫາລືໃນເບື້ອງຕົ້ນໄດ້ສຸມໃສ່ການກະກຽມພື້ນຖານການເຈລະຈາ, ເຖິງວ່າການປະທະກັນໄດ້ຮັບການຄາດຄະເນວ່າ ຍັງສືບຕໍ່ດຳເນີນໄປໃນ 2 – 3 ອາທິດຈະມາເຖິງ. ບໍ່ວ່າຂໍ້ຕົກລົງໃດກໍ່ຈະຕິດພັນກັບເງື່ອນໄຂເປັນແກ່ນສານ, ຄື: ເປີດຊ່ອງແຄບ Hormuz ຄືນໃໝ່, ການຄວບຄຸມໂຄງການນິວເຄຼຍ ແລະລູກສອນໄຟ ອີຣານ, ກໍ່ຄືຈຳກັດການໜູນຊ່ວຍໃຫ້ແກ່ບັນດາກຳລັງພັນທະມິດໃນພາກພື້ນ.

ຝ່າຍ ອາເມລິກາ ໄດ້ຮັບຖືວ່າໄດ້ຍົກອອກຄຳຮຽກຮ້ອງຈຳນວນໜຶ່ງ, ລວມມີຢຸດຕິໂຄງການລູກສອນໄຟໃນໄລຍະ 5 ປີ, ບໍ່ເສີມທາດອູຣານີ, ຍົກເລີກຮາກຖານນິວເຄຼຍ ແລະຍອມຮັບກົນໄກຕິດຕາມກວດກາສາກົນຢ່າງເຄັ່ງຄັດ. ໃນຂະນະນັ້ນ, ອີຣານ ໄດ້ຍົກອອກບັນດາເງື່ອນໄຂ, ຄື: ຢຸດຍິງ, ຮັບປະກັນໃຫ້ບໍ່ເກີດການບຸກໂຈມຕີຄືນໃໝ່ ແລະຊົດເຊີຍຄວາມເສຍຫາຍ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ປະຕິເສດຄຳຮຽກຮ້ອງຊົດເຊີຍໃຫ້ແກ່ສາມັນຊົນ.

ແຫຼ່ງຄັດຈາກ: vovworld.vn