ທ່ານ Donald Trump ໃຫ້ຮູ້ວ່າ ບັນດາຜູ້ຕາງໜ້າຂອງສອງຝ່າຍ ພວມປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ບັນດາການຢ້ຽມຢາມທີ່ມີລັກສະນະປະຫວັດສາດ ແລະສະແດງຄວາມເຊື່ອໝັ້ນວ່າ ນີ້ຈະແມ່ນເຫດການທີ່ມີຄວາມສຳຄັນທີ່ສຸດ.
ວັນທີ 25 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານ ຈະໄປຢ້ຽມຢາມທາງລັດຖະກິດ ຈີນ ໃນລະຫວ່າງວັນທີ 14 – 15 ພຶດສະພາ ເພື່ອພົບປະສົນທະນາ ກັບທ່ານ ສີຈິ້ນຜິງ ປະທານປະເທດຈີນ, ພາຍຫຼັງການຢ້ຽມຢາມຄາດຄະເນກ່ອນນັ້ນຕ້ອງຖືກໂຈະຊົ່ວຄາວຍ້ອນການສູ້ຮົບທີ່ພວມດຳເນີນກັບ ອີຣານ.
ພ້ອມກັນນັ້ນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ກໍ່ໃຫ້ຮູ້ວ່າ ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ຈະໄປຢ້ຽມຢາມວໍຊິງຕັນ ໃນທ້າຍປີນີ້. ໃນສື່ສັງຄົມອອນໄລ Truth Social, ທ່ານ Donald Trump ໃຫ້ຮູ້ວ່າ ບັນດາຜູ້ຕາງໜ້າຂອງສອງຝ່າຍພວມປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ບັນດາການຢ້ຽມຢາມທີ່ມີລັກສະນະປະຫວັດສາດ ແລະສະແດງຄວາມເຊື່ອໝັ້ນວ່າ ນີ້ຈະແມ່ນເຫດການທີ່ມີຄວາມສຳຄັນທີ່ສຸດ.
ທ່ານນາງ Karoline Leavitt ເລຂານຸການດ້ານສື່ມວນຊົນທຳນຽບຂາວ ໃຫ້ຮູ້ວ່າ ທ່ານ ສີຈິ້ນຜິງ ເຂົ້າໃຈເຫດຜົນທີ່ຕ້ອງປັບປຸງແຜນການ ແລະກຳນົດເວລາປະຕິບັດການຢ້ຽມຢາມໄປໃນກາງເດືອນພຶດສະພາ ໂດຍໄດ້ຖືວ່າແມ່ນສັນຍານສະແດງໃຫ້ເຫັນ ວໍຊິງຕັນ ຍັງຮັກສາການໂອ້ລົມສົນທະນາລະດັບສູງ ກັບປັກກິ່ງ ໂດຍບໍ່ຫົວຊາຕໍ່ບັນດາສຳເນົາເອກະສານທີ່ເຄັ່ງຕຶງ ແລະສະພາບການພູມສາດການເມືອງທີ່ສັບສົນໃນປັດຈຸບັນ.
ແຫຼ່ງຄັດຈາກ: vovworld.vn