ວັນທີ 22 ມີນາ, ທ່ານ Ali Mousavi, ຜູ້ຕາງໜ້າ ອີຣານ ປະຈຳ ອົງການການເດີນເຮືອຢູ່ທະເລ (IMO) ຖະແຫຼງວ່າ ກຳປັ່ນທັງໝົດ, ເວັ້ນເສຍບັນດາກຳປັ່ນຂອງບັນດາປະເທດພວມສູ້ຢັນກັບ ອີຣານ, ລ້ວນແຕ່ສາມາດເດີນເຮືອຜ່ານຊ່ອງແຄບ Hormuz ໄດ້ຖ້າມີການສົມທົບກ່ອນກ່ຽວກັບບັນດາມາດຕະການຄວາມໝັ້ນຄົງກັບຝ່າຍ ອີຣານ.
ທ່ານ Mousavi, ເນັ້ນໜັກວ່າ ບັນດາຄຳໝັ້ນສັນຍາໃນການເດີນເຮືອຢູ່ທະເລສາກົນຕ້ອງຕິດພັນກັບເລື່ອງເຄົາລົບອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງ ອີຣານ, ພ້ອມກັນນັ້ນກໍ່ຢືນຢັນວ່າ ປະເທດນີ້ພ້ອມແລ້ວທີ່ຈະຮ່ວມມືກັບ IMO ແລະບັນດາປະເທດອື່ນ ເພື່ອເພີ່ມທະວີຄວາມປອດໄພໃນການເດີນເຮືອຢູ່ທະເລກໍຄືປົກປ້ອງລູກເຮືອ. ເຖິງຢ່າງໃດກໍ່ຕາມ, ຜູ້ຕາງໜ້າ ອີຣານ ກໍ່ຖືວ່າ ບັນດາການເຄື່ອນໄຫວດ້ານການທະຫານຂອງອາເມລິກາ ແລະອິດສະຣາແອັນ ແມ່ນສາຍເຫດຕົ້ນຕໍພາໄປເຖິງສະພາບຄວາມເຄັ່ງຕຶງຄືໃນປະຈຸບັນຢູ່ເຂດອ່າວ Persian.
ແຫຼ່ງຄັດຈາກ: vovworld.vn
Type the code from the image