leftcenterrightdel
ພາບປະກອບ: REUTERS/Nina Liashonok

ໃນລະຫວ່າງວັນທີ 21 - 22 ມີນາ, ບັນດາຄະນະເຈລະຈາຂອງ ອາເມລິກາ ແລະ ຢູແກຼນ ໄດ້ພົບປະກັນຢູ່ລັດ Florida ເພື່ອປຶກສາຫາລືວິທີຟື້ນຟູວິວັດທະນາການເຈລະຈາ, ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 4 ປີຜ່ານມາຢູ່ ຢູແກຼນ. ກ່ອນໜ້ານັ້ນ, ຕໍ່ໜ້າບັນດາຄວາມມານະພະຍາຍາມຂອງ ວໍຊິງຕັນ ນຳໜ້າເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ຖືກ “ຢຸດຕິ” ນັບແຕ່ເມື່ອ ອາເມລິກາ ແລະ ອິດສະຣາແອັນ ປຸກລະດົມບັ້ນບຸກໂຕມຕີ ອີຣານ ນັບແຕ່ທ້າຍເດືອນ ກຸມພາ.

ໃນສື່ສັງຄົມ X, ທ່ານ Steve Witkoff, ທູດພິເສດຂອງ ອາເມລິກາ ຢືນຢັນວ່າ ການພົບປະລະຫວ່າງ 2 ຄະນະຜູ້ແທນຂອງ ອາເມລິກາ ແລະ ຢູແກຼນ ໄດ້ຈັດຂຶ້ນໃນບັນຍາກາດ “ມີລັກສະນະສ້າງສັນ” ດ້ວຍ “ບັນດາເນື້ອໃນປຶກສາຫາລືສຸມໃສ່ການຮັດແຄບ ແລະ ແກ້ໄຂບັນດາບັນຫາທີ່ຍັງເຫຼືອ ເພື່ອຫຍັບເຂົ້າມາໃກ້ກັບຂ້ໍຕົກລົງສັນຕິພາບຢ່າງຮອບດ້ານ”.

ແຫຼ່ງຄັດຈາກ: vovworld.vn