ລັດເຊຍ ປະກາດກ່ຽວກັບການຢ້ຽມຢາມຈີນ ຂອງທ່ານປະທານາທິບໍດີ Putin
ວັນທີ 23 ມີນາ, ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ ທ່ານ Vladimir Putin ປະທານາທິບໍດີລັດເຊຍ ຈະໄປຢ້ຽມຢາມ ຈີນ ໃນໄລຍະຈະມາເຖິງ.
ເມື່ອກ່າວຄຳເຫັນຢູ່ນອກກອງປະຊຸມ “ລັດເຊຍ ແລະ ອິນເດຍ - ມຸ່ງໄປເຖິງໂຄງການດຳເນີນງານສອງຝ່າຍໃໝ່”, ທ່ານ Andrey Rudenko ຮອງລັດຖະມົນຕີການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ ແຜນການຢ້ຽມຢາມໃກ້ຈະຮຽບຮ້ອຍແລ້ວ ແລະຂໍ້ມູນລາຍລະອຽດຈະໄດ້ປະກາດໃນຕໍ່ໜ້ານີ້.
    |
 |
|
ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະທ່ານປະທານປະເທດຈີນ ສີຈີ້ນຜິງ ພົບປະກັນຢູ່ປັກກິ່ງ ເມື່ອເດືອນ ກຸມພາ 2022. ພາບ: Sputnik |
ຕາມທ່ານຮອງລັດຖະມົນຕີ Andrey Rudenko ແລ້ວ, ວິກິດການຢູ່ອີຣານ ອາດຈະແມ່ນໜຶ່ງໃນບັນດາເນື້ອໃນຫຼັກຂອງການແລກປ່ຽນຄັ້ງຈະມາເຖິງ, ໃນສະພາບການປະລິມານນ້ຳມັນ ນຳເຂົ້າຫຼາຍພໍສົມຄວນຂອງຈີນ ໄປຜ່ານຊ່ອງແຄບທະເລ Hormuz ພວມຖືກຜົນກະທົບຈາກສະພາບຄວາມເຄັ່ງຕຶງ.
ກ່ຽວຂ້ອງເຖິງບັນຫາຢູແກຼນ, ຝ່າຍ ລັດເຊຍ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະດຳເນີນການເຈລະຈາ ຖ້າຫາກວ່າ ຢູແກຼນ ມີເຈດຕະນາດີຢາກເຂົ້າຮ່ວມ, ແຕ່ປັດຈຸບັນ ຍັງບໍ່ທັນມີວັນເວລາລະອຽດສຳລັບການພົບປະເຫຼົ່ານີ້ເທື່ອ.
ແຫຼ່ງຄັດຈາກ: vovworld.vn