ທ່ານ Aung Lin Dwe, ປະທານສະພາສູງຄົນໃໝ່ຂອງ ມຽນມາ, ແຈ້ງໃຫ້ຊາບວ່າ ສະພາແຫ່ງຊາດ ມຽນມາ ຈະດຳເນີນການເລືອກຕັ້ງປະທານາບໍດີຄົນໃໝ່ໃນວັນທີ 30 ມີນາ ຈະມາເຖິງ ດ້ວຍຂັ້ນຕອນການເລືອກຕັ້ງທີ່ໄດ້ປະຕິບັດຢ່າງເຂັ້ມງວດຜ່ານ 2 ໄລຍະ. ໄລຍະທີ 1, ລວມມີ: ສະພາຕ່ຳ, ສະພາສູງ ແລະ ກຸ່ມຕາງໜ້າໃຫ້ກອງທັບ ແຕ່ລະຝ່າຍຈະສະເໜີຜູ້ສະໝັກຮັບເລືອກຕັ້ງສະຫາຍໜຶ່ງໃຫ້ດຳລົງຕຳແໜ່ງຮອງປະທານາທິບໍດີ. ຫຼັງຈາກນັ້ນ, ສະພາແຫ່ງຊາດຈະດຳເນີນການປ່ອນບັດ ເພື່ອເລືອກເອົາ 1 ໃນຈຳນວນ 3 ສະຫາຍນີ້ຮັບດຳລົງຕຳແໜ່ງປະທານາທິບໍດີ; 2 ສະຫາຍທີ່ຍັງເຫຼືອຈະດຳລົງຕຳແໜ່ງຮອງປະທານາທິບໍດີ.

leftcenterrightdel
ສະພາແຫ່ງຊາດ ມຽນມາ ຈະດຳເນີນການເລືອກຕັ້ງປະທານາບໍດີຄົນໃໝ່ໃນວັນທີ 30 ມີນາ ຈະມາເຖິງ. ພາບປະກອບຈາກ vovworld.vn

ວົງການນັກສັງເກດການຕີລາຄາວ່າ ບັນດາການຜັນແປດັ່ງກ່າວແມ່ນຂີດໝາຍຫຼັກແຫຼ່ງ, ເປີດທາງໃຫ້ແກ່ການສ້າງລັດຖະບານສະຫະພາບຊຸດໃໝ່ ແລະກຳນົດທິດທາງດ້ານການເມືອງຕໍ່ໄປໃຫ້ແກ່ ມຽນມາ ໃນອາຍຸການຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn