ວັນທີ 19 ມີນາ, ວັງ Kremlin ໃຫ້ຮູ້ວ່າ ວິວັດການເຈລະຈາສາມຝ່າຍກ່ຽວກັບການແກ້ໄຂການປະທະກັນຢູ່ຢູແກຼນ ປັດຈຸບັນພວມຖືກຢຸດຕິໄວ້ຊົ່ວຄາວຍ້ອນບັນດາປັດໄຈພາວະວິໄສກ່ຽວກັບສະພາບການສາກົນ ແລະສິ່ງນີ້ບໍ່ໝາຍຄວາມວ່າ ວິວັດການຢຸດສະຫງັກນີ້ຈະແກ່ຍາວ. ພາຍຫຼັງບັນດາຝ່າຍເຫັນດີເປັນເອກະພາບແຜນການໄດ້, ພິເສດແມ່ນຝ່າຍອາເມລິກາ, ບັນດາການເຈລະຈາຈະໄດ້ເລີ່ມຕົ້ນຄືນໃໝ່.

leftcenterrightdel
ພາບປະກອບຄັດຈາກ Reuters

ຝ່າຍລັດເຊຍ ຫວັງວ່າການເຈລະຈາ ຈະສືບຕໍ່ໄດ້ເຊື່ອມຕໍ່ຄືນໃໝ່ໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະປະເທດນີ້ຍັງຮັກສາບັນດາຊ່ອງທາງຕິດຕໍພົວພັນກັບບັນດາຝ່າຍທີ່ກ່ຽວຂ້ອງ. ກ່ອນໜ້ານັ້ນ, ວັນທີ 18 ມີນາ, ໃນສື່ສັງຄົມອອນໄລ X, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ເລື່ອງບັນລຸໄດ້ສັນຕິວິທີໃຫ້ແກ່ການການປະທະກັນນີ້ຍັງມີຫຼາຍແຫ່ງຫວັງ. ການນຳຢູແກຼນ ຢັ້ງຢືນວ່າ ປະເທດນີ້ຍັງເດີນຕາມເສັ້ນທາງການທູດ ແລະຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ຊອກຫາບັນດາວິທີການເພື່ອແນໃສ່ຢຸດຕິການປະທະກັນ.

ແຫຼ່ງຄັດຈາກ: vovworld.vn