ວັນທີ 21 ມີນາ, ມື້ທີ 22 ຂອງການປະທະກັນຢູ່ຕາເວັນອອກກາງ, ບັນດາຮາກຖານນິວເຄຼຍຍຸດທະສາດທັງຢູ່ ອີຣານ ແລະ ອິດສະຣາແອັນ ໄດ້ກາຍເປັນເປົ້າໝາຍຂອງການບຸກໂຈມຕີ.

leftcenterrightdel
ອີຣານ ຖະແຫຼງບຸກໂຈມຕີຮາກຖານນິວເຄຼຍໃຫຍ່ສຸດຂອງ ອິດສະຣາແອັນ. ພາບປະກອບ: REUTERS/Ronen Zvulun

ສື່ມວນຊົນແຫ່ງລັດ ອີຣານ ໃຫ້ຮູ້ວ່າ ໃນວັນທີ 21 ມີນາ, ກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ (IRGC) ໄດ້ຍິງລູກສອນໄຟນຳວິຖີຫຼາຍລູກບຸກໂຈມຕີເຂົ້າບັນດາເປົ້າໝາຍຍຸດທະສາດຢູ່ ອິດສະຣາແອັນ, ໃນນັ້ນມີຮາກຖານນິວເຄຼຍ Dimona ທາງທິດໃຕ້ ອິດສະຣາແອັນ. ນີ້ແມ່ນຄັ້ງທຳອິດນັບແຕ່ເກີດການປະທະກັນ, ອີຣານ ຖະແຫຼງບຸກໂຈມຕີຮາກຖານນິວເຄຼຍໃຫຍ່ສຸດຂອງ ອິດສະຣາແອັນ. ການກະທຳດັ່ງກ່າວເພື່ອໂຕ້ຕອບເລື່ອງ ອາເມລິກາ ແລະອິດສະຣາແອັນ ບຸກໂຈມຕີຮາກຖານເສີມທາດອູຣານີ ຢູ່ Natanz, ທາງພາກກາງ ອີຣານ ໃນຕອນເຊົ້າຂອງວັນດຽວກັນ.

ສ່ວນກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ ໃນຕອນຄ່ຳວັນທີ 21 ມີນາ ມີລູກສອນໄຟນຳວິຖີລູກໜຶ່ງຂອງ ອີຣານ ໄດ້ທະລຸລະບົບປ້ອງກັນອາກາດ ແລະ ຍິງຖືກບໍລິເວນທີ່ພົນລະເມືອງອາໄສຢູ່ນະຄອນ Dimona, ບ່ອນຕັ້ງຮາກຖານນິວເຄຼຍໃຫຍ່ສຸດຂອງ ອິດສະຣາແອັນ. ການບຸກໂຈມຕີເຮັດໃຫ້ກວ່າ 30 ຄົນຮັບບາດເຈັບ ແລະ ສ້າງຄວາມເສຍຫາຍດ້ານວັດຖຸໃນວົງກວ້າງ.

ແຫຼ່ງຄັດຈາກ: vovworld.vn