leftcenterrightdel
ການນຳ ອາເມລິກາ ແລະ ຈີນ. ພາບປະກອບ: EUTERS/Evelyn Hockstein

ວັນທີ 18 ມີນາ, ແຈ້ງການຂອງ ຈີນ ໄດ້ເຫັນດີເປັນເອກະພາບຕໍ່ການໂຈະການຢ້ຽມຢາມ ປັກກິ່ງ ຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ເຊິ່ງຄາດວ່າຈະດຳເນີນໃນທ້າຍເດືອນນີ້.

ທ່ານນາງ Karoline Leavitt, ເລຂາສື່ມວນຊົນຂອງທຳນຽບຂາວໃຫ້ຮູ້ວ່າ ປະຈຸບັນ, ຍັງບໍ່ທັນມີກຳນົດເວລາລະອຽດ ແລະບັນດາເຈົ້າໜ້າທີ່ພວມມານະພະຍາຍາມເພື່ອໃຫ້ການຢ້ຽມຢາມສາມາດດຳເນີນໄປຍິ່ງໄວກໍ່ຍິ່ງດີ. ກ່ອນໜ້ານັ້ນ, ວັນທີ 17 ມີນາ, ທ່ານປະທານາທິບໍດີ Donald Trump ໄດ້ເຜີຍໃຫ້ຮູ້ວ່າ ຈະໂຈະການໄປຢ້ຽມຢາມ ຈີນ ຕື່ມອີກປະມານ 5-6 ອາທິດ, ດ້ວຍເຫດຜົນສະພາບຄວາມເຄັ່ງຕຶງຢູ່ ອີຣານ.

ຕາມແຜນການໃນເບື້ອງຕົ້ນຄາດວ່າ ທ່ານປະທານາທິບໍດີ Donald Trump ຈະໄປຢ້ຽມຢາມ ຈີນ ແຕ່ວັນທີ 31 ມີນາ ຮອດວັນທີ 2 ເມສາ. ຄາດວ່າ, ການພົບປະລະຫວ່າງບັນດາການນຳ ອາເມລິກາ - ຈີນ ຈະສຸມໃສ່ບັນດາບັນຫາດ້ານການຄ້າ ແລະພວມດຳເນີນໄປໃນສະພາບຄວາມເຄັ່ງຕຶງລະຫວ່າງ 2 ປະເທດ ທີ່ກ່ຽວຂ້ອງເຖິງພາສີອາກອນ. 

ແຫຼ່ງຄັດຈາກ: vovworld.vn