Fed ຕັດສິນໃຈຮັກສາອັດຕາດອກເບ້ຍໄວ້ຄືເກົ່າ
ພາຍຫຼັງການລົງຄະແນນສຽງດ້ວຍອັດຕາ 11-1, Fed ໄດ້ຕົກລົງຮັກສາອັດຕາດອກເບຍຈາກລະດັບ 3,5% ຮອດ 3,75%, ພ້ອມກັນນັ້ນກໍ່ເປີດຄວາມສາມາດຫຼຸດຜ່ອນອັດຕາດອກເບ້ຍໃນທ້າຍປີນີ້.
    |
 |
|
ທ່ານປະທານກົມສະສົມສະຫະລັດ ອາເມລິກາ Jerome Powell. ພາບ: REUTERS/Kevin Lamarque |
ວັນທີ 18 ມີນາ, ກົມສະສົມສະຫະລັດອາເມລິກາ (Fed) ໄດ້ຕົກລົງຮັກສາອັດຕາດອກເບ້ຍຄືດັ່ງການຄາດຄະເນ, ໃນສະພາບພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ຍັງພວມປະເຊີນໜ້າກັບສະພາບໄພເງິນເຟີ້ທີ່ແກ່ຍາວ, ຄວາມຕ້ອງການດ້ານແຮງງານຫຼຸດລົງ ແລະແງ່ຫວັງການເຕີບໂຕ “ບໍ່ແນ່ນອນ” ຍ້ອນການປະທະກັນຢູ່ຕາເວັນອອກກາງ.
ພາຍຫຼັງການລົງຄະແນນສຽງດ້ວຍອັດຕາ 11-1, Fed ໄດ້ຕົກລົງຮັກສາອັດຕາດອກເບຍຈາກລະດັບ 3,5% ຮອດ 3,75%, ພ້ອມກັນນັ້ນກໍ່ເປີດຄວາມສາມາດຫຼຸດຜ່ອນອັດຕາດອກເບ້ຍໃນທ້າຍປີນີ້.
ໃນຖະແຫຼງການໜຶ່ງ, Fed ໃຫ້ຮູ້ວ່າ: “ຜົນກະທົບຂອງບັນດາການຜັນແປຢູ່ຕາເວັນອອກາງ ຕໍ່ກັບພື້ນຖານເສດຖະກິດອາເມລິກາ ແມ່ນສິ່ງທີ່ບໍ່ແນ່ນອນ”. Fed ຖືວ່າ “ຄວາມຂາດສະຖຽນລະພາບກ່ຽວກັບແງ່ຫວັງດ້ານເສດຖະກິດຍັງຢູ່ລະດັບສູງ”. ພ້ອມກັນນັ້ນ, Fed ກໍ່ຍົກການຄາດຄະເນໄພເງິນເຟີ້ຂຶ້ນລະດັບ 2,7% ໃນທ້າຍປີນີ້, ພ້ອມທັງກ່າວເຕືອນຄວາມສ່ຽງເກີດສະພາບລາຄາຂຶ້ນລົງແບບຜິດປົກກະຕິຍ້ອນສົງຄາມຢູ່ຕາເວັນອອກກາງ.
ແຫຼ່ງຄັດຈາກ: vovworld.vn