leftcenterrightdel
ພາບປະກອບ: REUTERS/Sayed Hassib

ທ່ານ Attaullah Tarar, ລັດຖະມົນຕີກະຊວງຂໍ້ມູນຂ່າວ ປາກິດສະຖານ ໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາຕາມຂໍ້ສະເໜີຂອງບັນດາປະເທດ ອາຣັບ “ອ້າຍນ້ອງ” ເຊິ່ງແມ່ນ ຊະອຸດີ ອາຣາເບຍ, ກາຕາ ແລະ ຕວັກກີ. ທ່ານ ເນັ້ນໜັກວ່າ ນີ້ແມ່ນ “ການກະທຳເຈດຕະນາດີຕາມມາດຕະຖານ ອິດສະລາມ” ແຕ່ກໍ່ກ່າວເຕືອນວ່າ: “ຖ້າຫາກເກີດບໍ່ວ່າການບຸກໂຈມຕີໃດໆຜ່ານຊາຍແດນ, ບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼືກໍ່ການຮ້າຍຢູ່ຜືນແຜ່ນດິນຂອງ ປາກິດສະຖານ, ບັນດາບັ້ນຮົບຈະໄດ້ເຊື່ອມຕໍ່ຄືນໃໝ່ໃນທັນທີດ້ວຍລະດັບຮ້າຍແຮງກວ່າ”.

ການປະທະກັນລະຫວ່າງ 2 ປະເທດບ້ານໃກ້ເຮືອນຄຽງເກີດຂຶ້ນຢ່າງຮ້າຍແຮງກວ່ານັບແຕ່ທ້າຍເດືອນກຸມພາ, ພາຍຫຼັງທີ່ອາບການິດສະຖານ ດຳເນີນການບຸກໂຈມຕີຂ້າມຊາຍແດນ ແນໃສ່ໂຕ້ຕອບບັນດາການບຸກໂຈມຕີທາງອາກາດຂອງ ປາກິດສະຖານ. ການຜັນແປຫຼ້າສຸດນີ້ໄດ້ເຮັດໃຫ້ຂໍ້ຕົກລົງຢຸດຍິງ ໂດຍ ກາຕາ ເປັນກາງໄກເກ່ຍເມື່ອເດືອນຕຸລາ 2025, ທີ່ເຄີຍໄດ້ຮັບການສ້າງຂຶ້ນພາຍຫຼັງເກີດການປະທະກັນເຮັດໃຫ້ທະຫານ ແລະສາມັນຊົນຫຼາຍຄົນເສຍຊີວິດນັ້ນ ຖືກລົ້ມລະລາຍ.

ແຫຼ່ງຄັດຈາກ: vovworld.vn