ຂໍ້ຕົກລົງຜ່ອນຜັນດັ່ງກ່າວໄດ້ອະນຸຍາດໃຫ້ ອີຣານ ຂາຍນ້ຳມັນດິບ 140 ລ້ານຖັງ ພ້ອມກັບບັນດາຜະລິດຕະພັນນ້ຳມັນອື່ນໆທີ່ໄດ້ຂົນຂຶ້ນກຳປັ່ນກ່ອນວັນທີ 20 ມີນາ ແລະ ມີຜົນບັງຄັບໃຊ້ຮອດວັນທີ 19 ເມສາ. ເຖິງຢ່າງໃດກໍ່ຕາມ, ມາດຕະການນີ້ບໍ່ໄດ້ນຳໃຊ້ກັບບັນດາງວດນ້ຳມັນທີ່ຂົນສົ່ງໄປ ກູບາ, ສ.ເກົາຫຼີ ຫຼື ເຂດຂອງ ຢູແກຼນ ໂດຍ ລັດເຊຍ ຄວບຄຸມ.

leftcenterrightdel
ພາບປະກອບ: REUTERS

ໃນເຫດການທີ່ກ່ຽວຂ້ອງ, ຫວ່າງມໍ່ໆມານີ້, ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດອີຣານ ໃຫ້ຮູ້ວ່າ ເຕເຮຣານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ກຳປັ່ນ ຍີ່ປຸ່ນ ໄປຜ່ານຊ່ອງແຄບທະເລ Hormuz. ພ້ອມກັນນັ້ນທ່ານກໍ່ເນັ້ນໜັກວ່າ ອີຣານ ພວມຊອກຫາ “ບໍ່ແມ່ນຄຳສັ່ງຢຸດຍິງ, ຫາກແມ່ນການຢຸດຕິບັ້ນສູ້ຮົບທັງໝົດ, ຮອບດ້ານ ແລະຍາວນານ”.

ແຫຼ່ງຄັດຈາກ: vovworld.vn