ການປະທະກັນຢູ່ຕາເວັນອອກກາງ:
ພື້ນຖານໂຄງລ່າງດ້ານພະລັງງານ ອີຣານ ແລະບັນດາປະເທດເຂດອ່າວ ຖືກບຸກໂຈມຕີ
ຮາກຖານອາຍແອັດໃຫຍ່ທີ່ສຸດຂອງປະເທດນີ້ຢູ່ເຂດ Ras Laffan, ຢູ່ແຄມເຂດອ່າວ ເປີເຊຍ ຖືກ ອີຣານ ບຸກໂຈມຕີ, ເຮັດໃຫ້ເກີດໄຟໄໝ້ຢ່າງຮ້າຍແຮງ.
    |
 |
|
ຮາກຖານອາຍແອັດໃຫຍ່ທີ່ສຸດຂອງປະເທດ ກາຕາ ຢູ່ເຂດ Ras Laffan. ພາບເອກະສານ: REUTERS |
ວັນທີ 18 ມີນາ, ເປັນມື້ທີ 19 ຂອງການປະທະກັນຢູ່ຕາເວັນອອກກາງ, ຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງຂອງການປະທະກັນເພີ່ມຂຶ້ນໄດ້ເກີດຂຶ້ນ: ພື້ນຖານໂຄງລ່າງດ້ານພະລັງງານຢູ່ອີຣານ ແລະບັນດາປະເທດເຂດອ່າວ ເປັນເປົ້າໝາຍຂອງການບຸກໂຈມຕີໂດຍເຈດຕະນາ.
ຕອນຄ່ຳວັນທີ 18 ມີນາ, ກະຊວງພາຍໃນ ກາຕາ ໃຫ້ຮູ້ວ່າ ຮາກຖານອາຍແອັດໃຫຍ່ທີ່ສຸດຂອງປະເທດນີ້ຢູ່ເຂດ Ras Laffan, ຢູ່ແຄມເຂດອ່າວ ເປີເຊຍ ຖືກ ອີຣານ ບຸກໂຈມຕີ, ເຮັດໃຫ້ເກີດໄຟໄໝ້ຢ່າງຮ້າຍແຮງ. ຍັງບໍ່ທັນມີບົດລາຍງານກ່ຽວກັບຜູ້ຮັບບາດເຈັບ ແລະເສຍຊີວິດເທື່ອ. ກ່ອນໜ້ານັ້ນ, ຊ່ອງໂທລະພາບແຫ່ງລັດ ອີຣານ ແຈ້ງໃຫ້ຊາບວ່າ ເຕເຮຣານ ໄດ້ບຸກໂຈມຕີພື້ນຖານໂຄງລ່າງດ້ານພະລັງງານຢູ່ບັນດາປະເທດເຂດອ່າວເປີເຊຍ, ລວມມີ: ຕາກາ, ຊະອຸດີ ອາຣາເບຍ ແລະ ບັນດາປະເທດ ສະຫະລັດອາຣັບເອັມມີເຣດ (UAE), ເພື່ອໂຕ້ຕອບການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ບໍ່ອາຍແກັດເຜົາໄໝ້ໃຫຍ່ທີ່ສຸດຂອງ ອີຣານ ຢູ່ແຂວງ Bushehr, ທາງທິດໃຕ້ ອີຣານ, ທີ່ເກີດຂຶ້ນໃນຕອນທ່ຽງວັນທີ 18 ມີນາ.
ແຫຼ່ງຄັດຈາກ: vovworld.vn